spot_img
Homeຂ່າວພາຍ​ໃນປະທານ"ສຕລ"ຊີ້ແຈງເຫດຜົນທີ່ເລືອກເດວິດບູດ

ປະທານ”ສຕລ”ຊີ້ແຈງເຫດຜົນທີ່ເລືອກເດວິດບູດ

Published on

626‐20141012002−IMG_0228

ຕາມການໃຫ້ສຳພາດຂອງທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໃນງານຖະແຫຼງຂ່າວເປີດຕົວຄູເຝິກໃຫຍ່ທີມຊາດລາວຊຸດຊີເກມຄັ້ງທີ 28 ແລະ ບານໂລກຮອບຄັດເລືອກ ໂຊນອາຊີກຸ່ມ G ໃນຕົ້ນເດືອນພຶດສະພາທີ່ຜ່ານມາວ່າ: ທຸກໆຄັ້ງທີ່ຈະແຂ່ງຂັນບານເຕະໃນລາຍການໃດກໍ່ຕາມຄູເຝິກຕ້ອງມີລະດັບດີທີ່ສຸດຂອງ ເອເອັບຊີ ສະນັ້ນ, ການທີ່ເລືອກທ່ານ ເດວິດ ບູດ ກໍ່ເພາະວ່າ ທ່ານມີລາຍເຊັນລະດັບດີທີ່ສຸດແລະຖືກຕ້ອງຕາມາາດຕະຖານຂອງທາງສະຫະພັນບານເຕະອາຊີ(ເອເອັບຊີ) ແລະ ສະຫະພັນບານເຕະໂລກ(ຟີຟາ) ດັ່ງນັ້ນ, ຢາກໃຫ້ຮູ້ວ່າຢູ່ໃນປະເທດລາວເຮົາຄູເຝິກທີ່ມີລາຍເຊັນທີ່ດີທີ່ສຸດກໍ່ມີພຽງຄົນດຽວກໍ່ຄື ທ່ານ ວິລະກອນ ພົມພັກດີ ທີ່ຈົບລະດັບ A ຂອງ ເອເອັບຊີ ແຕ່ກໍ່ເປັນພຽງລາຍເຊັນສຳລັບສອນຄູເຝິກ ແຕ່ບໍ່ແມ່ນສຳລັບຄຸມທີມ ແຕ່ເຖີງຢ່າງໃດກໍ່ດີພວກເຮົາກໍ່ມີ 3 ຄູເຝິກທີ່ດີໃນລະດັບ B ລາຍເຊັນ ມີໂອກາດຍົກລະດັບຕົນເອງໄປສູ່ຈຸດນັ້ນໄດ້ຄືກັນໂດຍປະກອບມີ ທ່ານ ບຸນລັບ ເຄນກິຕິສັກ, ທ່ານ ສົມສັກ ແກ້ວດາລາ, ທ່ານ ເວີນສະຫວັນ ສີວິໄຊ ເຊີ່ງທາງ ສຕລ ກໍ່ພ້ອມທີ່ຈະຜັກດັນຄູເຝິກລະດັບນີ້ໃຫ້ກ້າວສູ່ລະດັບ A ໃຫ້ໄດ້ເພື່ອມາຮັບໃຊ້ທີມຊາດລາວເຮົາ

boothset

ສຳລັບຕາຕະລາງການແຂ່ງຂັນນັດທຳອິດ ທີມຊາດລາວ ຈະພົບ ທີມຊາດໄທ ໃນວັນທີ 29 ພຶດສະພາ 2015 ເວລາ 16:00 ນາທີ, ພົບກັບ ີທມຊາດ ບຣູໄນ ໃນວັນທີ 31 ພຶດສະພາ 2015 ເວລາ 20:30 ນາທີ, ພົບກັບ ທີມຊາດ ສສ ຫວຽດນາມ ໃນວັນທີ 4 ມິຖຸນາ 2015 ເວລາ 20:30​ ນາທີ, ພົບກັບ ທີມຊາດ ຕີມໍເລສເຕ ໃນວັນທີ 9 ມິຖຸນາ 2015 ເວລາ 20:30 ນາທີ ແລະ ພົບກັບທີມຊາດ ມາເລເຊຍ ໃນວັນທີ 11 ມິຖຸນາ 2015 ເວລາ 20:30 ນາທີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...