spot_img
Homeຂ່າວເຫດການປະທານປະເທດ ລົງຢ້ຽມຢາມ ແລະເຮັດວຽກຢູ່ກອງ ກ 2

ປະທານປະເທດ ລົງຢ້ຽມຢາມ ແລະເຮັດວຽກຢູ່ກອງ ກ 2

Published on

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັກວຽກຢູ່ກອງ ກ 2 ໃນວັນທີ 22 ຕຸລາ 2016 ທີ່ຜ່ານມາ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພັນເອກ ຄຳຫຼ້າ ວົງວິໄລ ຫົວໜ້າການເມືອງ ກອງ ກ 2 ພ້ອມດ້ວຍຄະນະ ແລະ ພ້ອມດ້ວຍອ້າຍນ້ອງນັກຮົບພາຍໃນກອງ ກ 2.
ໃນໂອກາດດັ່ງກ່າວ ຫົວໜ້າການເມືອງ ກອງ ກ 2 ໄດ້ລາຍງານສະພາບການຕ່າງໆຮອບດ້ານຂອງກົມກອງ ເປັນຕົ້ນ ການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດ ປະກອບມີ 4 ແຜນງານ 26 ໂຄງການ ໂດຍສະເພາະ ກົມກອງພວມສຳເລັດການສະເຫຼີມສະຫຼອງ ວັນສ້າງຕັ້ງກົມກອງຂອງຕົນ ຄົບຮອບ 35 ປີ ແລະ ສະພາບການເຄື່ອນໄຫວປະຕິບັດ ໃນການເຝິກແອບຮ່ຳຮຽນການເມືອງ ການທະຫານ ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ການປັບປຸງຖັນແຖວພະນັກງານສະມາຊິກພັກ ຫັນລົງກໍ່ສ້າງຮາກຖານການເມືອງເຂດກົມກອງຮັບຜິດຊອບ ຕິດພັນກັບການພັດທະນາວຽກງານ 3 ສ້າງ.
ຈາກນັ້ນ ທ່ານ ບຸນຍັງ ວໍລະຈິດ ກໍ່ໃຫ້ກຽດໂອ້ລົມນາຍ ແລະ ພົນທະຫານ ກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງກົມກອງທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນຕໍ່ບັນຫາດັ່ງກ່າວ ພະນັກງານ ສະມາຊິກພັກ ກຳລັງປະກອບອາວຸດ ຕ້ອງເປັນເຈົ້າການໃນການປັບປຸງກຳລັງ ມີສະຕິກຽມພ້ອມຕອບຕ້ານທຸກເລ່ກົນການໂຄສະນາບິດເບືອນຂອງສັດຕູ ຕ້ອງຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ເຊິ່ງຍາມໃດກອງທັບກັບປະຊາຊົນ ກໍ່ມີຄວາມສາມັກຄີຢ່າງແໜ້ນແຟ້ນເປັນກຳລັງອັນດຽວ ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນທັບມ້າງເລ່ຫຼ່ຽມກົນອຸບາຍຂອງພວກກຸ່ມຄົນບໍ່ຫວັງດີໃຫ້ພັງທະລາຍ ຈາກໃນເງື່ອນໄຂປັດໄຈໃໝ່ ກອງທັບເຮົາມີການປັບປຸງເຂັ້ມແຂງໜັກແໜ້ນ ໃນຮາກຖານກົມກອງ ກໍ່ຕ້ອງໄດ້ປັບປຸງໃຫ້ມີຄວາມເຂັ້ມແຂງ ການປັບປຸງກໍ່ສ້າງພັກ ກໍ່ສ້າງພະນັກງານ ການຮ່ຳຮຽນຫັດແອບດ້ານສິລະປະຍຸດທະວິທີກຽມພ້ອມສູ້ຮົບ ຮັບປະກັນກົມກອງໃຫ້ມີຄວາມເຂັ້ມແຂງ ແມ່ນການຫັນກົມກອງກໍ່ສ້າງພະລາທິການກັບທີ່ ການປູກຝັງລ້ຽງສັດ ທຳການຜະລິດ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ຕາມເງື່ອນໄຂເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ສຳເລັດນັ້ນ ບົນພື້ນຖານຕ້ອງໄດ້ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບວິລະຊົນ ສະຫງ່າອົງອາດຂອງກົມກອງ ມູນເຊື້ອຂອງກົມກອງໃຫ້ດີ ຍົກສູງມານະຈິດ ເປັນເຈົ້າການເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ຕັ້ງໜ້າເປັນເຈົ້າການເຄື່ອນໄຫວປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປົກປັກຮັກສາລະບອບໃໝ່ ກໍ່ຄືປະເທດຊາດ ໄດ້ຢ່າງໝັ້ນຄົງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...