ປະທານປະເທດຕ້ອນຮັບນາຍົກລັດຖະມົນຕີແຫ່ງ ຕີມໍເລສເຕ ເຂົ້າຢ້ຽມຄຳນັບ

wed11sep5

ພະນະທ່ານຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງພະນະທ່ານ ໄກຣາລາ ຊະນານາ ກຸສມາວ ( Kay Rala Xanan Gusmao ), ນາຍົກລັດຖະມົນຕີ ແຫ່ງສາ ທາລະນະລັດ ປະຊາທິປະໄຕ  ຕີມໍ ເລສເຕ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 10 ກັນຍາ 2013 ນີ້ ໃນໂອກາດທ່ີ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ ວັນທີ 9-11 ກັນຍາ 2013.
ໃນການພົບປະ, ພະນະທ່ານ ປະທານປະເທດໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບ ອຸ່ນ ແລະ ຕີລາຄາສູງຕໍ່ການ ມາຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການຂອງພະນະ ທ່ານນາຍົກລັດຖະມົນຕີ ຕີມໍເລສເຕ ພ້ອມດ້ວຍຄະ ນະ, ຊຶ່ງຖືເປັນຄັ້ງປະຫວັດ ສາດ ແລະ ເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມືລະຫວ່າງ ສປປ ລາວ ແລະ ສປ ຕີມໍ ເລສເຕ ໃຫ້ມີບາດ ກ້າວໃໝ່, ຊົມເຊີຍຕໍ່ຜົນສຳ ເລັດການພົບປະລະຫວ່າງ ສອງນາຍົກ ລາວ ແລະ ຕີມໍ ເລສເຕ. ພ້ອມນັ້ນ, ກໍ່ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳ ເລັດແຫ່ງການພັດທະນາຂອງ ຕີມໍ ເລສເຕໃນໄລຍະຜ່ານມາ ແລະ ການປະກອບສ່ວນຂອງ ຕີມໍ ເລສເຕ ຢູ່ໃນເວທີພາກ ພື້ນ ແລະ ສະແດງຄວາມກຽມພ້ອມທີ່ຈະແບ່ງປັນບົດຮຽນ ຂອງຕົນໃຫ້ແກ່ ຕີມໍ ເລສເຕ ໃນການເຂົ້າເປັນສະມາຊິກ ອາຊຽນ. ພະນະທ່ານປະທານ ປະເທດຍັງໄດ້ແຈ້ງສະພາບ ການເດັ່ນຂອງ ສປປ ລາວ ໂດຍຫຍໍ້ໃຫ້ຄະນະຊາບ.
ພະນະທ່ານນາຍົກລັດຖະ ມົນຕີ ຕີມໍ ເລສເຕ ໄດ້ກ່າວສະ ແດງຄວາມຂອງໃຈຕໍ່ພະນະ ທ່ານປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນ ຮັບຄະນະຜູ້ແທນຈາກສາທາ ລະນະລັດ ປະຊາທິປະໄຕ ຕີ ມໍ ເລສເຕ ຢ່າງອົບອຸ່ນໃນຄັ້ງນີ້ ແລະ ໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວຂອງພະນະທ່ານ ປະທານາທິບໍດີແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ຕີ ມໍ ເລສເຕ ມາຍັງປະທານປະ ເທດເຮົາ, ໄດ້ສະແດງຄວາມດີ ໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ, ມາເຫັນຜົນສຳເລັດໃນ ການພັດທະນາເສດຖະກິດ ສັງຄົມຂອງ ສປປ ລາວໄລ ຍະ ຜ່ານມາ ແລະ ສະແດງຄວາມ ປະສົງຢາກເສີມຂະຫຍາຍ ການພົວພັນຮ່ວມມີກັບ ສປປ ລາວ ໃນຂົງເຂດທີ່ສອງຝ່າຍ ມີທ່າແຮງ, ພະນະທ່ານນາຍົກ ລັດຖະມົນຕີ ຕີມໍ ເລສເຕ ໄດ້ ສະແດງຄວາມຂອງໃຈຕໍ່ການ ສະໜັບສະໜູນຂອງ ສປປ ລາວ ຢູ່ໃນເວທີພາກພື້ນໃນໄລ ຍະທີ່ຜ່ານມາ.
ພະນະທ່ານ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ອວຍ
ພອນໃຫ້ແກ່ ພະນະທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຈົ່ງປະສົບຜົນສຳເລັດ ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ພ້ອມທັງຝາກຄວາມຢື້ ຢາມຖາມຂ່າວ ແລະ ເຊື້ອເຊີນ
ປະທານນາທິບໍດີ ແຫ່ງ ສປ ຕີ ມໍ ເລສເຕ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.
ໃນຕອນບ່າຂອງວັນດຽວ ກັນ, ພະນະທ່ານນາຍົກລັດຖະມົນ ຕີແຫ່ງ ຕີມໍ ເລສເຕ ໄດ້ເຂົ້າ ວາງພວງມາລາຢູ່ອະນຸສາວະ ລີນັກຮົບປະຕິວັດ ແລະ ເຂົ້າ ຢ້ຽມຄຳນັບພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ ສປປ ລາວ. ໃນ ການພົບປະ, ປະທານສະພາ ແຫ່ງຊາດລາວ ໄດ້ສະແດງ ຄວາມຂຳ່ນັບຮັບຕ້ອນພະນະ ທ່ານນາຍົກແຫ່ງຕີມໍ ເລສເຕ ພ້ອມຄະນະ, ສອງຝ່າຍໄດ້ ແຈ້ງສະພາບການພົ້ນເດັ່ນໃຫ້ ກັນຊາບ, ສອງຄວາມຫວັງວ່າ ໃນຕໍ່ໜ້າອົງການນິຕິບັນຍັດ ຈະມີການຮ່ວມມີກັນຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນ ການເສີມສ້າງການພົວພັນ ຮ່ວມມືລະຫວ່າງສອງປະເທດ ລາວ-ຕີມໍ ເລສເຕ, ພະນະ ທ່ານປະທານສະພາແຫ່ງ ຊາດ ໄດ້ຝາກຄວາມຢື້ຢາມ ຖາມຂ່າວ ພະນະທ່ານປະ ທານສະພາແຫ່ງ ຕີມໍ ເລສເຕ.
ພະນະທ່ານ ໄກ ຣາລາ ຊະ ນານາ ກຸສມາວ (Kay Rala Xanana Gusmao), ນາຍົກ ລັດຖະມົນຕີແຫ່ງສາທາລະ ນະລັດ ປະຊາທິປະໄຕ ຕີມໍ ເລສເຕ ພ້ອມດ້ວຍຄະນະ ໄດ້ ເດີນທາງມາຢ້ຽມຢາມ ສາທາ ລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ ຢ່າງເປັນທາງ ການແຕ່ວັນທີ 9-11 ກັນຍາ 2013 ຕາມຄຳເຊີນຂອງພະ ນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ໃນໂອກາດເຄື່ອນໄຫວຢ້ຽມ ຢາມຄັ້ງນີ້, ພະນະທ່ານນາຍົກ ລັດຖະມົນຕີແຫ່ງ ຕີມໍ ເລສເຕ ໄດ້ຮັບການຕ້ອນຮັບຢ່າງອົບ ອຸ່ນ ແລະ ສົມກຽດໃນຕ້ອນ ເຊົ້າວັນທີ 10 ກັນຍາ 2013,  ຢູ່ທີ່ ຫ້ອງວ່າການລັດຖະບານ ຫລັງຈາກນັ້ນໄດ້ມີການພົບ ປະເຈລະຈາລະຫວ່າງພະນະ ທ່ານນາຍົກທັງສອງ. ໃນໂອ ກາດພົບປະພະນະທ່ານ ທອງ ສິງ ທຳມະວົງ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ  ໄດ້ ສະແດງຄວາມຊົມເຊີຍຕໍ່ ການມາຢ້ຽມຢາມ ສປປ ລາວ ຂອງພະນະທ່ານ ໄກ ຣາລາ ຊະນານາ ກຸສມາວ, ນາຍົກ ລັດຖະມົນຕີ ຕີມໍ ເລສເຕ ແລະ ຄະນະຜູ້ແທນຂັ້ນສູງ ຄັ້ງນີ້,ຊຶ່ງຖືວ່າເປັນນີມິດໜາຍ ໃໝ່ທີ່ສຳຄັນໃນປະຫວັດສາດ ແຫ່ງການພົວພັນລະຫວ່າງ ສອງປະເທດລາວ ແລະ ຕີມໍ ເລສເຕ. ສອງຝ່າຍໄດ້ແຈ້ງໃຫ້ ກັນຊາບກ່ຽວກັບສະພາບທີ່ ພົ້ນເດັ່ນພາຍໃນຂອງສອງ ປະເທດ, ຕີລາຄາການຮ່ວມ ມືສອງຝ່າຍໄລຍະຜ່ານມາ ແລະ ປຶກສາຫາລືທິດທາງ ການຮ່ວມມືກັນໃນຕໍ່ໜ້າເພື່ອ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງປະເທດ ໃນ ອານາຄົດໃຫ້ຈະເລີນງອກ ງາມຍິ່ງໆຂຶ້ນ. ສອງຝ່າຍໄດ້ ມີ ຄວາມເປັນເອກະພາບກັນ ໃຫ້ມີການແລກປ່ຽນຢ້ຽມ ຢາມຊຶ່ງກັນ ແລະ ກັນ ລະຫວ່າງການນຳຂັ້ນຕ່າງໆ ແລະ ການແລກປ່ຽນບົດຮຽນ ດ້ານຕ່າງນຳກັນ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນ ທັດສະນະຕ່າງໆກ່ຽວກັບບັນ ຫາພາກພື້ນ ແລະ ສາກົນ ທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຶ່ງທັງສອງຝ່າຍ ໄດ້ສະແດງ ຄວາມເຫັນພ້ອມທີ່ຈະສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍ ເຫລືອຊຶ່ງກັນ ແລະ ກັນໃນ ຂອບສອງຝ່າຍກໍຄືຫລາຍ ຝ່າຍ. ພະນະທ່ານນາຍົກລັດ ຖະມົນຕີ ໄດ້ຢືນຢັນຄວາມ ກຽມພ້ອມໃນການແບ່ງປັນ ບົດຮຽນໃນການສະໝັກເຂົ້າ ເປັນສະມາຊິກອາຊຽນຂອງ ສປ ຕີມໍເລສເຕ ແລະ ຈະສືບ ຕໍ່ຊຸກຍູ້ຕາມຄວາມສາມາດ ຂອງຕົນ.
ໃນໂອກາດດັ່ງກ່າວພະນະ ທ່ານນາຍົກລັດຖະມົນຕີ ສປ ຕີມໍ ເລສເຕ ໄດ້ສະແດງ ຄວາມຂອບໃຈຕໍ່ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄືລັດ ຖະບານ ແລະ ປະຊາຊົນລາວ ທີ່ໄດ້ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ແກ່ຄະ ນະຜູ້ແທນ ສ.ຕີມໍ ເລສເຕ ໃນ ຄັ້ງນີ້, ພ້ອມທັງ ໄດ້ແຈ້ງກ່ຽວ ກັບສະພາບການພົ້ນເດັ່ນ ຂອງ ສປ.ຕີມໍ ເລສເຕ ໃນໄລ ຍະຫລັງໆມານີ້. ພະນະທ່ານ ນາຍົກລັດຖະມົນຕີ ສປ.ຕີມໍ ເລສເຕ ຍັງໄດ້ເຊື້ອເຊີນພະ ນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄປຢ້ຽມ ຢາມ ສປ.ຕີມໍ ເລສເຕ ໃນເວ ລາອັນເໝາະສົມຊຶ່ງພະນະ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ກໍໄດ້ຮັບ ເອົາການເຊື້ອເຊີນດັ່ງກ່າວ ດ້ວຍຄວາມຍິນດີ.
ພາຍຫລັງສິ້ນສຸດການພົບ ປະສອງຝ່າຍພະນະທ່ານ ນາຍົກລັດຖະມົນຕີທັງສອງ ປະເທດໄດ້ຮ່ວມລົງນາມໃນ ສັນຍາວ່າດ້ວຍການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກໂນໂລຊີ ລະຫວ່າງ ສປປ ລາວ ແລະ ສປ.ຕີມໍ ເລສເຕ ຊຶ່ງເປັນສັນຍາພື້ນ ຖານເພື່ອສ້າງເງື່ອນໄຂສະ ດວກໃຫ້ແກ່ສອງຝ່າຍໃນ ການຮ່ວມມືກັນໃນຕໍ່ໜ້າ.
ໃນຕອນຄ່ຳຂອງວັນດຽວ ກັນພະນະທ່ານນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ໄດ້ຈັດ ງານລ້ຽງອາຫານຄ່ຳເປັນກຽດ ໃຫ້ແກ່ພະນະທ່ານ ນາຍົກ ລັດຖະມົນຕີ ສປ ຕີມໍ ເລສເຕ ແລະ ຄະນະ.

ທີ່ມາhttp://www.kongthap.gov.la