spot_img
Homeຂ່າວພາຍ​ໃນປະຕິບັດນະໂຍບາຍຕໍ່ເຈົ້າໜ້າທີ່ເສຍຊີວິດໃນລະຫວ່າງປະຕິບັດໜ້າທີ່ຢູ່ແຂວງຫົວພັນ

ປະຕິບັດນະໂຍບາຍຕໍ່ເຈົ້າໜ້າທີ່ເສຍຊີວິດໃນລະຫວ່າງປະຕິບັດໜ້າທີ່ຢູ່ແຂວງຫົວພັນ

Published on

ຕໍ່ກັນເຫດການທີ່ເກີດຂຶ້ນໃນວັນທີ 14 ກັນຍາ 2022 ທີ່ກຳລັງວິຊາສະເພາະກອງບັນຊາການ ປກສ ເມືອງຊຳເໜືອ ແຂວງຫົວພັນ ທີ່ໄດ້ເສຍຊີວິດໃນລະຫວ່າງອອກປະຕິບັດໜ້າທີ່ ກ່ຽວກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງຢູ່ນັ້ນ ໄດ້ມີຊາຍຄົນໜຶ່ງໃຊ້ອາວຸດປືນ (ປະເພດປືນແກັບ) ຍິງໃສ່ ຮ້ອຍເອກ ຊອມ ສີສົມທອງ ເຈົ້າໜ້າທີ່ ປກສ ກຸ່ມບ້ານຊາງຄຳ ໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ຕໍ່ກັບເຫດການດັ່ງກ່າວນີ້, ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃຫ້ການຊ່ວຍເຫຼືອຕໍ່ຄອບຄົວຢ່າງສົມກຽດ ເຊັ່ນ: ເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານພິເສດໃນການແກ້ໄຂເປົ້າໝາຍຊື້ຂາຍ-ຢາເສບຕິດຢູ່ກອງບັນ ຊາການ ປກສ ແຂວງຫົວພັນ ໂດຍເລື່ອນຊັ້ນຮ້ອຍເອກ ຂຶ້ນເປັນ ພັນໂທ ໃຫ້ ສະຫາຍ ຊອມ ສີສົມທອງ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ 1 ໜ່ວຍ.

ນອກນັ້ນ, ຄະນະພັກ-ຄະນະນຳຫຼາຍພາກສ່ວນໄດ້ເຂົ້າວາງພວງມາລາ ແລະ ມອບເງິນນະໂຍບາຍຊ່ວຍເຫຼືອກິນທານ, ເບິ່ງແຍງຄອບຄົວ ພ້ອມທັງມອບເງິນນະໂຍບາຍຊ່ວຍເຫຼືອຄອບຄົວສະຫາຍໃນເບື່ອງຕົ້ນ 59.406.000 ກີບ.

ຄຽງຄູ່ກັນນັ້ນ, ໃນວັນທີ 15 ກັນຍາ 2022, ຕາງໜ້າກະຊວງ ປກສ ນໍາໂດຍ ພົຈວ ຄອນສະຫວັນ ສົມພາໄຊ ແລະ ການນໍາແຂວງຫົວພັນ, ກອງບັນຊາ ການ ປກສ ແຂວງຫົວພັນ, ປກສ ເມືອງ ແລະ ພາກສ່ວນຕ່າງໆ ກໍໄດ້ເຂົ້າ ຮ່ວມງານຊາປະນາກິດສົບ ພັທ ຊອມ ສີສົມທອງ ເພື່ອຮ່ວມກັນໄວ້ອາໄລ ແລະ ສົ່ງສະຫາຍເປັນຄັ້ງສຸດທ້າຍ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...