spot_img
Homeຂ່າວຕ່າງປະເທດປະຊາຊົນເຢຍລະມັນກວ່າໝື່ນຄົນເດີນຂະບວນປະທ້ວງຕໍ່ຕ້ານການໃສ່ຜ້າປິດປາກ

ປະຊາຊົນເຢຍລະມັນກວ່າໝື່ນຄົນເດີນຂະບວນປະທ້ວງຕໍ່ຕ້ານການໃສ່ຜ້າປິດປາກ

Published on

ເວັບໄຊ sanook ລາຍງານໃຫ້ຮູ້ວ່າ ປະຊາຊົນເຢຍລະມັນປະມານ 17,000 ຄົນ ເດີນຂະບວນປະທ້ວງໃນນະຄອນເບີລິນ ເມື່ອວັນເສົາທີ່ຜ່ານມາ ເພື່ອຕໍ່ຕ້ານມາດຕະການທີ່ລັດຖະບານນຳມາໃຊ້ເພື່ອປ້ອງກັນການລະບາດຂອງເຊື້ອໄວຣັດໂຄວິດ-19 ລວມເຖິງການໃສ່ຜ້າປິດປາກໃນທີ່ສາທາລະນະ ໂດຍອ້າງວ່າເປັນການລະເມີດສິດທິ ແລະ ເສລີພາບຂອງປະຊາຊົນ.

ເຈົ້າໜ້າທີ່ຕຳຫຼວດເຢຍລະມັນລະບຸວ່າ ຜູ້ເຂົ້າຮ່ວມປະທ້ວງມີທັງກຸ່ມແນວຄິດເສລີນິຍົມ, ກຸ່ມສະໜັບສະໜູນລັດຖະທຳມະນູນ, ກຸ່ມຕໍ່ຕ້ານການຊັກວັກຊີນ ແລະ ຍັງມີກຸ່ມຕໍ່ຕ້ານການໃສ່ຜ້າປິດປາກອີກດ້ວຍ.

ການປະທ້ວງຄັ້ງນີ້ເກີດຂຶ້ນຫຼັງຈາກທ່ານ ໄມເຄິລ ບອລເວັກ ນັກທຸລະກິດ ແລະ ນັກການເມືອງຜູ້ລົງຊິງຕຳແໜ່ງເຈົ້າເມືອງສະຕຸດກາຣ໌ ໄດ້ອອກມາລົນນະລົງຕໍ່ຕ້ານການໃສ່ຜ້າປິດປາກທີ່ສາທາລະນະ ພ້ອມປຸກລະດົມໃຫ້ປະຊາຊົນຈຳນວນຫຼາຍຕໍ່ຕ້ານມາດຕະການດັ່ງກ່າວຂອງລັດຖະບານ.

ປັດຈຸບັນ,​ເຢຍລະມັນ ມີຜູ້ຕິດເຊື້ອສະສົມກວ່າ 200,000ຄົນ ແລະ ເສຍຊີວິດເກືອບ 1,000ຄົນ ແຕ່ຕົວເລກຜູ້ຕິດເຊື້ອໄດ້ເພີ່ມຂື້ນອີກ ຫຼັງຈາກທີ່ລັດຖະບານຜ່ອນຄາຍມາດຕະການປິດເມືອງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...