spot_img
Homeຂ່າວທ້ອງຖິ່ນປະຊາຊົນເມືອງຄຳຝາກຖາມໄຟຟ້າ ເປັນຫຍັງຈຶ່ງຕ້ອງຈ່າຍຄ່ານໍ້າມັນໃຫ້ພະນັກງານ

ປະຊາຊົນເມືອງຄຳຝາກຖາມໄຟຟ້າ ເປັນຫຍັງຈຶ່ງຕ້ອງຈ່າຍຄ່ານໍ້າມັນໃຫ້ພະນັກງານ

Published on

ປະຊາຊົນເມືອງຄຳທ່ານໜຶ່ງ ຝາກຂໍ້ຄວາມຜ່ານສຳນັກຂ່າວລາວໂພສຕ໌ ລັດວິສາຫະກິດໄຟຟ້າລາວວ່າ ເປັນຫຍັງຢູ່ບ້ານລ້ອງໄກ່ ເມືອງຄຳ ແຂວງຊຽງຂວາງ ພະນັກງານເກັບເງິນໄຟຟ້າຈຶ່ງຕ້ອງຮຽກຄ່ານໍ້າມັນລົດໃນການລົງໄປເກັບຄ່າໄຟຟ້ານຳປະຊາຊົນຄອບຄົວລະ 1,000 ກີບຕໍ່ເດືອນ ນີ້ແມ່ນນະໂຍບາຍຂອງບໍລິສັດຫຼືວ່າພະນັກງານຄົນນັ້ນໄປຕົວະກິນເງິນປະຊາຊົນ?

ປະຊາຊົນທ່ານດັ່ງກ່າວກ່າວວ່າ ຕົນເອງເຂົ້າໃຈວ່າຕາມທຳມະດາແລ້ວ ພະນັກງານທີ່ໄປເກັບຄ່າໄຟຟ້ານັ້ນແມ່ນທາງບໍລິສັດຜະລິດໄຟຟ້າເປັນຜູ້ຈ່າຍຄ່າແຮງງານໃຫ້ຜູ້ກ່ຽວ ແຕ່ເປັນຫຍັງຈຶ່ງຕ້ອງມາໃຫ້ປະຊາຊົນໄປຈ້າງມາເກັບຄ່າໄຟນຳປະຊາຊົນອີກ ຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາຕົວຈິງ ເພາະເຫດການດັ່ງກ່າວເຖິງແມ່ນວ່າເບິ່ງຄືໜ້ອຍ ແຕ່ລວມຫຼາຍບ້ານຫຼາຍເຮືອນແລະຫຼາຍເດືອນ ຈຳນວນເງິນກໍເປັນຈຳນວນຫຼາຍ ແລະທັງຍັງເປັນການເອົາປຽບປະຊາຊົນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...