spot_img
Homeນານາສາລະປະຊາຊົນເດືອດຮ້ອນ! ສິນຄ້າລາຄາສູງຂຶ້ນໃນຊ່ວງວິກິດໂຄວິດ-19

ປະຊາຊົນເດືອດຮ້ອນ! ສິນຄ້າລາຄາສູງຂຶ້ນໃນຊ່ວງວິກິດໂຄວິດ-19

Published on

ການລະບາດຂອງເຊື້ອໄວຣັດໂຄວິດ-19 ໃນເວລານີ້ ໄດ້ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ໃນປະເທດລາວປັດຈຸບັນມີລາຍງານພົບຜູ້ຕິດເຊື້ອ 3 ກໍລະນີ ມີຜູ້ເຂົ້າກວດຫາເຊື້ອ 139 ຄົນ ບໍ່ຕິດເຊື້ອ 136 ຄົນ ເສຍຊີວິດ 0 ຄົນ, ຮັກສາຫາຍ 0 ຄົນ.

ເມື່ອຄົນໃນສັງຄົມເກີດຄວາມກັງວົນຕໍ່ວິກິດການລະບາດຂອງເຊື້ອໄວຣັດ ຈຶ່ງເຮັດໃຫ້ເກີດມີປະກົດການກັກຕຸນອາຫານ ແລະ ອຸປະກອນການແພດທີ່ສາມາດປ້ອງກັນເຊື້ອໄວຣັດໂຄວິດ-19 ໄດ້, ການກັກຕຸນນັ້ນ ບໍ່ແມ່ນມີແຕ່ຝ່າຍຜູ້ບໍລິໂພກຝ່າຍດຽວທີ່ກັກຕຸນ ແນ່ນອນວ່າຜູ້ປະກອບການ ພໍ່ຄ້າລາຍໃຫຍ່-ລາຍນ້ອຍ ກໍ່ມີການກັກຕຸນສິນຄ້າໄວ້ເພື່ອຈຳໜ່າຍເຊັ່ນດຽວກັນ ແລ້ວບັນຫາທີ່ຕາມມານັ້ນກໍ່ຄືສິນຄ້າມີລາຄາສູງກວ່າປົກກະຕິຫຼາຍເທົ່າຕົວ.

ສິນຄ້າທີ່ໄດ້ຮັບຄວາມນິຍົມສູງສຸດໃນເວລານີ້ ແລະ ມີລາຄາສູງກວ່າສິນຄ້າອື່ນໆທີ່ມີການຊື້ຂາຍຕາມທ້ອງຕະຫຼາດ ປະກອບມີ 5 ສິນຄ້າຄື:

  1. ໜ້າກາກອານາໄມ ລາຄາ 150.000-200.000ກີບ/ 1 ກັບ
  2. ເຈວລ້າງມື ປະລິມານ 30 ml  ລາຄາຕໍ່າສຸດ  20.000ກີບ/ 1 ຫຼອດ
  3. ແອລກໍຮໍ 75% ປະລິມານ 300 ml ລາຄາຕໍ່າສຸດ 55.000ກີບ/ 1 ຕຸກ
  4. ໝີ່ສຳເລັດຮູບ 1 ແກັດ ລາຄາ 45.000-55.000 ກີບ
  5. ປາກະປ໋ອງ 1 ແພັກ ລາຄາ 55.000-60.000 ກີບ

ຈາກ 5 ສິນຄ້າຂາງເທິງນີ້ເຮົາຈະເຫັນໄດ້ຊັດເຈນວ່າ ໜ້າກາກອານາໄມແມ່ນເປັນສິນຄ້າທີ່ຜູ້ຄົນຕ້ອງການຫຼາຍທີ່ສຸດ ແລະ ມີລາຄາສູງກວ່າສິນຄ້າປະເພດອື່ນ ສາເຫດທີ່ເຮັດໃຫ້ໜ້າກາກອະນາໄມມີລາຄາແພງແຊງໜ້ານັ້ນ ຈາກທັດສະນະຄະຕິຂອງຜູ້ຂຽນ ອາດເປັນເພາະໃນປັດຈຸບັນ ແມ່ຄ້າທົ່ວໄປເປັນເຈົ້າການໃນການນຳເຂົ້າໜ້າກາກອະນາໄມຈາກຕ່າງປະເທດ ເພື່ອຊື້-ຂາຍເກງກຳໄລເອົາຕາມອຳເພີໃຈໂດຍອີງສະພາບຄວາມຕ້ອງການຕົວຈິງຂອງຜູ້ບໍລິໂພກໃນການຕັ້ງລາຄາ, ແຕ່ຖ້າວ່າທາງພາກລັດເປັນຜູ້ນຳເຂົ້າໜ້າກາກອານາໄມແບບຜູກຂາດໂດຍບໍ່ອະນຸຍາດໃຫ້ສ່ວນບຸກຄົນນຳເຂົ້າ ຄິດວ່າຖ້າໜ້າກາກອານາໄມຖືກຂາຍໃນລາຄາລັດຄຸ້ມຄອງ 100% ຈຶ່ງຈະສາມາດຊ່ວຍແກ້ໄຂບັນຫາໜ້າກາກອະນາໄມທີ່ແພງຈົນເກີນໄປໃນເວລານີ້ໄດ້ ແລະ ສະເໜີອີກວິທີໜຶ່ງແມ່ນຮ່ວມມືກັບທາງໂຮງງານຕັດຫຍິບຜະລິດໜ້າກາກອານາໄມພາຍໃນປະເທດຂາຍໃຫ້ປະຊາຊົນໃນລາຄາຖືກ ເພື່ອໃຫ້ທຸກຄົນໃນປະເທດໄດ້ມີໜ້າກາກອານາໄມໃຊ້ຢ່າງທົ່ວເຖິງ ເພື່ອຫຼຸດຄວາມສ່ຽງຈາກການຕິດໂຣກລະບາດ.

ຈາກການເໜັງຕີງຂອງລາຄາສິນຄ້າ ເຮັດໃຫ້ປະຊາຊົນເດືອດຮ້ອນ ເນື່ອງຈາກຜົນກະທົບທາງເສດຖະກິດຫຼາຍໆດ້ານ ລາຍຮັບຫຼຸດລົງ ແຕ່ຄ່າຄອງຊີບເພີ່ມຂຶ້ນ ເຖິງຈະມີສະບຽງອາຫານພຽງພໍໃນປະເທດ ແຕ່ຖ້າສິນຄ້າມີລາຄາແພງປະຊາຊົນກໍ່ໄດ້ຮັບຜົນກະທົບຄືເກົ່າ ການຄວບຄຸມລາຄາສິນຄ້າ ການສະໜອງສະບຽງອາຫານ ແລະ ຢາໃຫ້ພຽງພໍ ກໍ່ມີຄວາມສຳຄັນທຽບເທົ່າກັບການຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ ແຕ່ທຸກສິ່ງທຸກຢ່າງມັນບໍ່ແມ່ນເລື່ອງທີ່ຈະແກ້ໄຂໄດ້ງ່າຍໆ ເຖິງແມ່ນວ່າ ລັດຖະບານຈະວາງກົດ-ມາດຕະການ ຄຸ້ອມຄອງລາຄາອອກມາແລ້ວກໍ່ຕາມ ແຕ່ກໍ່ຍັງມີຫຼາຍປັດໄຈທີ່ເປັນສິ່ງທ້າທາຍຕໍ່ການປະຕິບັດງານ. ດັ່ງນັ້ນ, ການແກ້ບັນຫາເຫຼົ່ານີ້ຕ້ອງໄດ້ຮັບຄວາມຮ່ວມມືຈາກທຸກພາກສ່ວນ ຈຶ່ງຈະສາມາດຜ່ານວິກິດນີ້ໄປນຳກັນໄດ້.

 

ບົດຄວາມໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...