spot_img
Homeຂ່າວຕ່າງປະເທດປະຊາຊົນອິນເດຍຍາດກັນຕັກນ້ຳເພື່ອໃຫ້ມີນ້ຳໃຊ້

ປະຊາຊົນອິນເດຍຍາດກັນຕັກນ້ຳເພື່ອໃຫ້ມີນ້ຳໃຊ້

Published on

ໃນຊ່ວງນີ້ອິນເດຍປະສົບກັບໄພແຫ້ງແລ້ງຢາກໜັກ ເຮັດໃຫ້ປະຊາຊົນອິນເດຍມີເລີ່ມຂາດແຄນອາຫານເນື່ອງຈາກອາຫາດທີ່ຮ້ອນເກີນໄປ ຈົນເຮັດໃຫ້ບໍ່ສາມາດປູກຜົນຜະລິດໄດ້, ແລະ ຍັງເຮັດໃຫ້ອິນເດຍຂາດແຄນນ້ຳ.

ຈາກການເຜີຍແຜ່ວິດີໂອຂອງ ສຳນັກຂ່າວບີບີຊີ ເຊິ່ງມັນສະແດງເຖິງ ປະຊາຊົນທີ່ພາກັນຍຸແຍ່ກັນເພື່ອໄປຕັກນ້ຳໃນບໍ່, ປະຊາຊົນໃນບ້ານຄາດິມາລ ໃນອິນເດຍ ຕ້ອງສ່ຽງຊີວິດເພື່ອນ້ຳຖັງດຽວໃນທຸກໆມື້ ເນື່ອງຈາກຕ້ອງປະເຊີນກັບຄວາມຮ້ອນ, ໜ່ວຍງານທ້ອງຖິ່ນ ສົ່ງລົດບັນທຸກນ້ຳເຂົ້າມາ 2-3 ຄັ້ງຕໍ່ມື້ ແລະ ເວລາທີ່ໄດ້ເທນ້ຳລົງໃນບໍ່ນ້ຳແລ້ວ ຄົນກໍ່ຈະເຂົ້າມາແຍ່ໄປຕັກນ້ຳກ່ອນທີ່ນ້ຳຈະໝົດກ່ອນ ແລະ ມີຄົນທ້ອງຖິ່ນເວົ້າວ່າ ມີເດັກນ້ອຍຈຳນວນຫຼາຍບໍ່ສະບາຍຍ້ອນກິນນ້ຳທີ່ບໍ່ສະອາດ.

ທາງໜ່ວຍງານໄດ້ກ່າວວ່າ ຈະເພີ່ມການສົ່ງນ້ຳເຂົ້າມາໃຫ້ຫຼາຍຂຶ້ນ ແລະ ຈະພະຍາຍາມຕິດຕັ້ງທໍ່ສົ່ງນ້ຳເພື່ອແກ້ບັນຫາວິກິດນີ້ໄດ້ຢ່າງຖາວອນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...