spot_img
Homeຂ່າວຕ່າງປະເທດປະຊາຊົນອັງກິດບາງສ່ວນບໍ່ເຫັນດີ ທີ່ລັດຖະບານຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ

ປະຊາຊົນອັງກິດບາງສ່ວນບໍ່ເຫັນດີ ທີ່ລັດຖະບານຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ

Published on

ໃນວັນເສົາ ທີ 18 ກັນຍາ 2021 ທີ່ຜ່ານມາ ປະຊາຊົນຊາວອັງກິດທີ່ຄັດຄ້ານການສັກວັກຊີນປ້ອງກັນໂຄວິດ-19 ຫຼາຍພັນຄົນໄດ້ຍ່າງປະທ້ວງໄປຕາມຫົນທາງໃນເມືອງລອນດອນ ຮຽກຮ້ອງໃຫ້ລັດຖະບານອັງກິດພາຍໃຕ້ການນໍາພາຂອງນາຍົກລັດຖະມົນຕີ ໃຫ້ຍຸຕິໂຄງການທີ່ຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບເດັກນ້ອຍ. ພ້ອມດຽວກັນນັ້ນ ບັນດາຜູ້ປະທ້ວງທີ່ຕໍ່ຕ້ານການສັກວັກຊີນຍັງຮຽກຮ້ອງໃຫ້ຈັບໂຕນາຍົກລັດຖະມົນຕີ ແລະ ຫົວໜ້າເຈົ້າໜ້າທີ່ທາງການແພດຂອງອັງກິດອີກດ້ວຍ.

ໃນລະຫວ່າງການປະທ້ວງຍັງມີຜູ້ປະທ້ວງບາງກຸ່ມໂຍນໄຂ່ທີ່ປະສົມສີໃສ່ເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ຕໍາຫຼວດໄດ້ຈັບກຸມຜູ້ປະທ້ວງ 2 ຄົນທີ່ພະຍາຍາມກໍ່ຄວາມຮຸນແຮງ. ໃນປັດຈຸບັນນີ້ ຈໍານວນຜູ້ຕິດເຊື້ອສະສົມໃນອັງກິດມີຈໍານວນ 7.4 ລ້ານຄົນ ແລະ ເສຍຊີວິດ 135,147 ຄົນ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...