spot_img
Homeຂ່າວທ້ອງຖິ່ນປະຊາຊົນມຽນມາຫຼາຍພັນຄົນແຫ່ໄວ້ອາໄລຍິງສາວທີ່ເສຍຊີວິດໃນການປະທ້ວງຕໍ່ຕ້ານລັດຖະປະຫານ

ປະຊາຊົນມຽນມາຫຼາຍພັນຄົນແຫ່ໄວ້ອາໄລຍິງສາວທີ່ເສຍຊີວິດໃນການປະທ້ວງຕໍ່ຕ້ານລັດຖະປະຫານ

Published on

ປະຊາຊົນມຽນມາຫຼາຍພັນຄົນໃນນະຄອນຫຼວງເນປິດໍ ອອກມາລວມຕົວກັນໄວ້ອາໄລໃນງານສົບຂອງຜູ້ປະທ້ວງຍິງຄົນໜຶ່ງທີ່ຖືກຍິງເສຍຊີວິດໃນຂະນະອອກມາຊຸມນຸມຕໍ່ຕ້ານການລັດຖະປະຫານເມື່ອຕົ້ນເດືອນກຸມພາທີ່ຜ່ານມາ.

ນາງ ເມຍະ ຕະແວະ ຂ່າຍ ຖືກຍິງທີ່ຫົວກ່ອນຄົບຮອບວັນເກີດອາຍຸຄົບ 20ປີ ເຊິ່ງເປັນໜຶ່ງໃນຈຳນວນ 3 ຄົນທີ່ເສຍຊີວິດໃນຂະນະປະທ້ວງ.

ປະຊາຊົນຫຼາຍພັນຄົນອອກມາຢືນທີ່ແຄມທາງໃນລະຫວ່າງຂະບວນແຫ່ສົບເຄື່ອນຜ່ານໄປ ບາງຄົນຊູສາມນິ້ວເຊິ່ງເປັນສັນຍາລັກສະນະຕໍ່ຕ້ານການຢຶດອຳນາດ.

ຄຳໝັ້ນສັນຍາທີ່ຈະຈັດການເລືອກຕັ້ງບໍ່ປະສົບຜົນສຳເລັດໃນການຢຸດການປະທ້ວງນັບມື້ນັບລຸກລາມໄປຕາມເມືອງຕ່າງໆ ແລະ ມີການຮຽກຮ້ອງໃຫ້ປ່ອຍຕົວທ່ານນາງ ອອງ ຊານ ຊູຈີ ຜູ້ທີ່ຖືກກ່າວຫາວ່າມີການຄອບຄອງເຄື່ອງວິທະຍຸສ່ສານຢ່າງຜິດກົດໝາຍ ແລະ ລະເມີດກົດໝາຍວ່າດ້ວຍ “ການເຂົ້າເມືອງແບບຜິດກົດໝາຍ”.

ໃນວັນທີ 20 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດໄດ້ປາບປາມຜູ້ປະທ້ວງຕໍ່ຕ້ານລັດຖະປະຫານທີ່ເມືອງມັນດາເລ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ມີລາຍງານວ່່າໜຶ່ງໃນນັ້ນແມ່ນເຍົາວະຊົນຊາຍຖືກຍິງທີ່ຫົວ ສະຖານະການໃນປະເທດມຽນມາແມ່ນເຄັ່ງຕຶງ ແລະ ຮຸນແຮງຂຶ້ນໃນຂະນະທີ່ປະຊາຊົນສືບຕໍ່ຊຸມນຸມປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານເປັນເວລາ 3 ອາທິດໃນບັນດາເມືອງຕ່າງໆໃນທົ່ວປະເທດ.

ນາງ ເມຍະ ຕະແວະ ຂ່າຍ ນາງໄດ້ຖືກຍິງໃນຂະນະທີ່ຕຳຫຼວດພະຍາຍາມສະຫຼາຍການຊຸມນຸມເມື່ອວັນທີ 9 ກຸມພາ ທີ່ຜ່ານມາ ແລະ ນາງຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈເປັນເວລາ 10ມື້ ຈົນຮອດມື້ວັນທີ 19 ກຸມພາ ນາງໄດ້ເສຍຊີວິດລົງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...