spot_img
Homeຂ່າວທ້ອງຖິ່ນປະຊາຊົນພາກເໜືອຫາພາກກາງຍັງຕ້ອງກຽມຕົວພົບກັບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງ

ປະຊາຊົນພາກເໜືອຫາພາກກາງຍັງຕ້ອງກຽມຕົວພົບກັບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງ

Published on

ທາງກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງເຕືອນ ກ່ຽວກັບສະພາບອາກາດໃນລະຫວ່າງວັນທີ 18-20 ມີນາ 2019 ນີ້ວ່າ ຍ້ອນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມພາກເໜືອ, ສ່ວນພາກກາງຫາພາກໃຕ້ ລົມຕາເວັນອອກສຽງໃຕ້ຈະພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ, ຟ້າເຫຼື້ອມ,​ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອຫາພາກກາງ, ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂຶ້ນໃນໄລຍະໜຶ່ງອາທິດຕໍ່ໜ້າ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

ເມື່ອວັນທີ 18 ມີນາ 2019 ໄດ້ເກີດມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ຢູ່ເຂດພາກກາງ ທີ່ເມືອງໝື່ນ ແຂວງວຽງຈັນ ເກີດຟ້າລົມຝົນຕົກແຮງ ພ້ອມມີໝາກເຫັບຕົກລົງມາ, ສ່ວນນະຄອນຫຼວງວຽງຈັນກໍ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນໃນຄັ້ງນີ້ ໂດຍສະເພາະເຂດບ້ານເວີນຄຳ, ບ້ານຈະເລີນໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຮັດໃຫ້ບ້ານເຮືອນປະຊາຊົນເສຍຫາຍ, ໜັກກວ່າໝູ່ແມ່ນວິທະຍາຄາສັນຕິບານປະຊາຊົນຊົນ ຫຼື ວປສ ແຫ່ງຊາດ ໄດ້ເຮັດໃຫ້ຕຶກອາຄານທັງໂຮງຮຽນ,​ໂຮງໝໍ,​ ຫໍພັກໜັກສສຶກສາເປ່ເພ,​ ຕົ້ນໄມ້ ແລະ ເສົາໄຟຟ້າຫັກ ປະເມີນຄວາມເສຍຫາຍໃນຄັ້ງນີ້ກວ່າ 100 ລ້ານກີບ.

ຫຼ້າສຸດ, ໃນວັນທີ 19 ມີນາ 2019 ມີລາຍງານເຂົ້າມາວ່າ ຢູ່ບ້ານແປນ ເມືອງພູກູດ ແຂວງຊຽງຂວາງ ມື້ເຊົ້ານີ້ ເກີດສະພາບ ຝົນຕົກຫນັກ ພ້ອມມີຫມາກເຫັບຕົກ ເປັນຈໍານວນຫຼາຍ ເຮັດໃຫ້ທົ່ວທຸກພື້ນທີ່ ປົກຄຸມໄປດ້ວຍສີຂາວ ຄ້າຍຫິມະຕົກ.

https://www.facebook.com/100008426206713/videos/2100895510201302/

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ວິດີໂອ: Kongsue Her

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...