ປະກາດສ້າງຕັ້ງສະມາຄົມສິລະ​ປິນການສະ​ແດງ

Picture 2350

ກອງ ​ປະຊຸມ​ໃຫຍ່ຄັ້ງ​ທຳ​ອິດ​ເພື່ອ​ປະກາດ ​ສ້າງ​ຕັ້ງ​ສະມາຄົມ ສິລະ​ປິນການສະ​ແດງຂື້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 30 ມິ ຖຸນານີ້, ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພາຍໃຕ້ການເປັນ​ປະທານ​ຂອງ​ທ່ານ ສຈ. ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດ​ຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ, ມີ​ບັນ ດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການຈາກ​ກະຊວງ​ຕ່າງໆ ແລະ ​ຜູ້ຕາງໜ້າ​ສະຖານ​ທູດ​ຈາກ​ປະ​ເທດ​ເພື່ອນ​ມິດ​ອ້ອມ​ຂ້າງເຂົ້າ​ຮ່ວມ​ຢ່າງ​ ຫລວງຫລາຍ.

​ ໃນ​ວາລະ​ກອງ​ປະຊຸມ ທ່ານ ບົວ​ເງິນ ຊາ​ພູ​ວົງ ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານການ​ເຄື່ອນ​ໄຫວ​ຂອງ​ສະມາ ຄົມສິລະ​ປິນການສະ​ແດງໃນ​ໄລ ຍະ​ຜ່ານ​ມາ ​ແລະ ທິດ​ທາງ​ແຜນ ການວຽກ​ງານ​​ໃນຕໍ່ໜ້າ ແລະ ຈາກ​ນັ້ນ​ກໍ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ ສະມາຄົມ​ສິລະ​ປິນ ການສະ​ແດງ ​ໂດຍ​ທ່ານ​ ບົວ​ເງິນ ຊາ​ພູ​ວົງ ​ໄດ້​ຖືກ​​ເລືອກ​ຕັ້ງ​ເປັນ​ປະ     ທ​ານສະມາຄົມດັ່ງກ່າວ, ມີ​ຮອງ​ປະທານ​ສະມາຄົມ​ທັງ​ໝົດ 6 ທ່ານ ແລະ ຄະນະ​ກຳມະການ ສະມາຄົມ​ສິລະ​ປິນການສະ​ແດງ ທັງ​ໝົດ 17 ທ່ານ.

 

​ ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ທ່ານ ສຈ. ດຣ​ ບໍ່​ແສງ​ຄຳ ວົງ​ດາລາ ໄດ້​ມີຄຳເຫັນໃນກອງປະຊຸມວ່າ: ວຽກງານວັດທະນະທຳ ​ແລະ ສິ ລະ​ປະການ​ສະ​ແດງ​ຂອງ​ລາວ ມັນມີຄວາມໝາຍສຳຄັນຍິ່ງ ນອກຈາກບົ່ງບອກເຖິງ​ເອກະລັກ​ຂອງ​ຄວາມ​ເປັນ​ຊາດ​, ​ເປັນ​ຮາກ​ຖານ​ຂອງ​ການ​ສ້າງ​ຄວາມ​ສາ ມັກຄີ ແລະ ຄວາມ​ໝັ້ນ​ຄົງ​ຍືນ​ຍົງ​ຂອງ​ຊາດ, ​ເປັນ​ສິ່ງ​ສະ​ແດງ​ເຖິງ​ກຽດ​ສັກ​ສີ, ຄວາມ​ພາກພູມ​ໃຈ​ຮ່ວມ​ກັນ​ຂອງ​ປະຊາຊົນ​ລາວ​ບັນ ດາ​ເຜົ່າ, ​ເປັນ​ປັດ​ໄຈ​ໃຫ້​ຄົນ​ທັງ​ຊາດ​ປະ​ພຶດ​ໃນ​ທາງ​ທີ່​ດີງາມ, ມີ​ຄຸນ​ນະ​ທຳ ​ເພື່ອ​ພັດທະນາ​ຕົນ​ເອງພັດທະນາສັງຄົມ ​ແລະ ປະ​ເທດ​ຊາດ. ທ່ານລັດຖະມົນຕີ ກ່າວວ່າ: ຊາດ​ລາວ​ເຮົາແມ່ນ​ຊາດ​ທີ່​ມີ​ອະລິຍະ​ທຳ ​ແລະ ມີ​ວັດ ທະນະທຳ​ອັນ​ດີງາມ​ມາແຕ່​ດົນ​ນານ, ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ ແລະ ​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ຂະ​ນົບ​ທຳນຽມ, ປະ​ເພນີ, ມູນ​ເຊື້ອວັດທະນະທຳ ​ແລະ ສິລະ​ປະການ​ສະ​ແດງ​ທີ່​ເປັນ​ເອກະ​ລັກ​ຂອງ​ຕົນ, ​ເຊິ່ງ​ໂຮມ​ເຂົ້າ​ເປັນ​ວັດ ທະນະທຳ ​ແລະ ສິລະ​ປະການ​ສະ​ແດງ​ຂອງ​ວົງ​ຄະນາ​ຍາດ​ແຫ່ງ​ຊາດ, ອັນ​ນັ້ນ​ແມ່ນ​ມູນ​ມໍລະດົກ​ວັດທະນະທຳ​ອັນ​ລ້ຳ​ຄ່າ, ​ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ ແລະ ​ເປັນ​ປັດໄຈ​ສຳຄັນ​ຄ້ຳປະ ກັນ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ຊາດ​ລາວ​ເຮົາ ແລະ ​​ເວລາ​ໃດ​ກໍມີ​ຄວາມ​ເອກອ້​າງທະ​ນົງ​ໃຈ ​ແລະ ຫວງ​ແຫນ​ວັດທະນະທຳ ​ແລະ ສິ ລະ​ປະການ​ສະ​ແດງ​ປະຈຳ​ຊາດ, ໄດ້​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະ ຫຍາຍ​ມັນ​ໃຫ້​ຄົງ​ຢູ່​ຄູ່​ຊາດ​ລາວ​ມາ​ຈົນ​ເຖິງ​ທຸກ​ວັນນີ້. ໂດຍ​ເຫັນ ແຈ້ງ​ຄຸນຄ່າ ​ແລະ ຄວາມ​ສຳຄັນ​ຂອງ​ວັດທະນະ​ທຳ ກໍ​ຄື​ສິລະ​ປະ ການ​ສະ​ແດງ, ພັກ​ເຮົາ​ຈຶ່ງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຂົງ​ເຂດ​ດັ່ງກ່າວ​, ໄດ້​ວາງ​ແຜນ​ນະ​ໂຍບາຍ​ປົກ​ປັກ​ຮັກ ສາ, ກໍ່ສ້າງ ​ແລະ ສົ່ງ​ເສີມ​ວັດທະ ນະທຳ ​ແລະ ສິລະ​ປະການ​ສະ​ແດງ​ຂອງ​ຊາດ​ຢ່າງ​ສອດຄ່ອງ​ກັບ​ແຕ່ລະ​ໄລຍະ ທັງ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ, ນຳພາ ​ແລະ ຊີ​້ນຳ​ຕົວ​ຈິງ. ໂດຍ​ເລີ່​ມຕົ້ນ​ແຕ່​ໄລຍະ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ວັດ ທະນະ​ທຳ​ທີ່​ມີ​ລັກສະນະ​ຊາດ, ລັກ​ສະ​ນະ​ປະຊາຊົນ ແລະ ລັກ​ສະ​ນະ​ກ້າວໜ້າກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນຖານ​ການ​ສືບ​ທອດ, ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ວັດທະນະ​ທຳ​ແຫ່ງ​ຊາດ, ສົມ ທົບ​ກັບ​ການ​ຮັບ​​ເອົາ​ຄຸນ​ຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ມວນ​ມະນຸດ​ຢ່າງ​ມີ​ ການ​ເລືອກ​ເຟັ້ນ ແລະ ເວົ້າສະເພາະສິລະ​ປະການ​ສະ​ແດງ​ກໍ​ໄດ້​ມີ​ບົດບາດ​ອັນ​ສຳ​ຄັ້ນ​ໃນ​ການ​ ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ, ຄຽດ​ແຄ້ນ​ສັດ​ຕູ ແລະ ສາມັກຄີ​ຕໍ່ສູ້, ​ເດັດດ່ຽວ​ອາດ​ຫານ​ຂອງ​ພະນັກງານ​ນັກຮົບ ແລະ ປະຊາຊົນ​ເຜົ່າ​ຕ່າງໆ ຈົນ​ສາມາດ​ເຮັດ​ສຳ​ເລັດ​ພະລະ​ກຳ​ປະ​ຫວັດ​ສາດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ ສືບ​ທອດ​ມາ​ເທົ່າ​ທຸກ​ວັນນີ້.

ທ່ານ ລັດ​ຖະມົນ​ຕີ​ຍັງ​ໄດ້​ຖື​ໂອກາດ​ດັ່ງກ່າວ ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນການ​ສະ​ແດງ​ທີ່​ຖືກ​ປະກາດ​ສ້າງ​ຕັ້ງ​ ຂຶ້ນ​ຢ່າງ​ເປັນ​ທາງ​ການ ແລະ ​ເຊື່ອ​ໝັ້ນ​ວ່າ ບັນດາ​ທ່ານ​ທີ່​ໄດ້​ຮັບ​ກຽດ​ຖືກ​ເລືອກ​ເປັນ​ປະທານ, ຮອງ​ປະ ທານ​ສະມາຄົມ​ໃນ​ຄັ້ງ​ນີ້ ຈົ່ງ​ໄດ້​ພາກັນ​ເຊີດ​ຊູ​ບົດບາດ​ການ​ນຳພາ​ໃນ​ການ​ປົກ​ປັກ​ຮັກສາ​ຜົນງານ ແລະ ຄຸນງາມຄວາມດີ​ຂອງ​ເຫລົ່າ​ສິລະ​ປິນ​ເອົາ​ໄວ້ຕັ້ງໜ້າ​ໃນ​ການ​ຄົ້ນ​ຄິດ​ຈັດຕັ້ງ ​ນຳພາ​ສະ ມາຄົມ​ໃຫ້​ດຳ​ເນີນ​ວຽກ​ງານ​ຕາມ​ພາລະ​ບົດບາດ ​ເພື່ອ​ກາຍ​ເປັນ​ແບບຢ່າງ ​ແລະ ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ ​ໃຫ້​ແກ່​ສິລະ​ປິນລຸ້ນລູກ​ຫລານ​ໄດ້​ສືບ​ທອດ ​ແລະ ຄົ້ນ​ຄ້ວາ​ຮ່ຳຮຽນ ພ້ອມ​ນີ້ ກໍ​ໍ​ໃຫ້​ສືບຕໍ່​ປະກອບສ່ວນ​ປະດິດຄິດ​ແຕ່​ງ ແລະ ສ້າງ​ຜົນງານ​ເຂົ້າ​ໃນ​ສວນ​ອຸດ​ທິຍານ ແລະ ຄັງ​ສາງ​ທາງ​ດ້ານ​ວັດທະນະທຳ​ການສະ​ແດງ​ຂອງ​ຊາດ​ເຮົາ​ໃຫ້​ນັບ​ມື້​ອຸດົມ​ຮັ່ງ ມີ ແລະ ຮຸ່ງ​ເຮືອງ​ສວຍ​ງາມ​ຍິ່ງໆ ຂຶ້ນ.

 

ຂອບໃຈຂ່າວຈາກ ລາວພັດທະນາ