spot_img
Homeຂ່າວພາຍ​ໃນປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດພ້ອມຢຶດຂອງກາງ 100 ກວ່າກິໂລ

ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດພ້ອມຢຶດຂອງກາງ 100 ກວ່າກິໂລ

Published on

ກອງບັນຊາການ ປກສ ແຂວງບໍ່ແກ້ວ ສົມທົບກັບກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານມອມ ແລະ ບ້ານສີດອນມີ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ກັກຕົວເປົ້າໝາຍໄດ້ 2 ຄົນ ພ້ອມຂອງກາງຢາບ້າ ແລະ ຢາໄອສລວມ 113.5 ກິໂລກຼາມ.

ວັນທີ 21 ກໍລະກົດ ເຈົ້າໜ້າທີ່ແຂວງບໍ່ແກ້ວໄດ້ກັກຕົວ ທ້າວ ສົມຈິດ ແກ້ວໃຈ, ປະຊາຊົນບ້ານມອມ, ເມືອງຕົ້ນເຜິ້ງ ແລະ ກວດຄົ້ນເຮືອນຜູ້ຕ້ອງຫາ ພົບເຫັນຢາໄອສຈໍານວນ 2 ເປົາເທົ່າກັບ 40 ຫໍ່, ໜັກ 40 ກິໂລກຼາມ ພ້ອມໂທລະສັບ 01 ໜ່ວຍ ຂະນະທີ່ຜູ້ກ່ຽວໄດ້ຊັດທອດຫາຜູ້ເຂົ້າຮ່ວມຂະບວນການ 2 ຄົນຄື ທ້າວ ໄມ່ແອ່ນ ປະຊາຊົນບ້ານດຽວກັນ ແລະ ທ້າວ ຍອດແສງ ແສງສະຫວັນ, ປະຊາຊົນບ້ານສີດອນມີ, ເມືອງຕົ້ນເຜິ້ງ.

ທາງເຈົ້າໜ້າທີ່ໄດ້ຕິດຕາມຈັບທ້າວ ຍອດແສງ ແສງສະຫວັນ, ຢູ່ບ້ານສີດອນມີ ພ້ອມກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຂອງກາງຢາບ້າຈໍານວນ 367 ມັດ ຫຼື 735.547 ເມັດ, ມີນໍ້າໜັກ 73.5 ກິໂລກຼາມ ພ້ອມປືນ 01 ກະບອກ, ເຮືອກາບ 01 ລໍາ, ແລະ ໂທລະສັບ 02 ໜ່ວຍ, ສ່ວນທ້າວ ໄມ່ແອ່ນ ແມ່ນເອົາຕົວຫຼົບໜີ ແລະ ທາງເຈົ້າໜ້າທີ່ກໍບໍ່ພົບສິ່ງຜິດກົດໝາຍໃດໆພາຍຫຼັງກວດຄົ້ນເຮືອນຂອງຜູ້ກ່ຽວ.

ປະຈຸບັນທາງເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບຂອງກົດໝາຍ.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...