ປກສ ສະຫວັນນະເຂດ ທຳລາຍອາວຸດລ່າເນື້ອ ເປັນຈຳນວນຫລວງຫລາຍ!

burning hunting gun

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ໄດ້ນຳອາວຸດລ່າເນື້ອ ຜິດກົດໝາຍຈຳນວນ 3.679 ກະບອກ, ທີ່ຍືດໄດ້ຈາກປະຊາຊົນໃນໄລຍະ ຜ່ານມາເພື່ອນຳມາຈູດທຳລາຍຖິ້ມຢູ່ສູນດັດ ສ້າງຄຳສະຫວ່າງ(ຫລັກ 33) ເມືອງໄຊພູທອງ, ເຊິ່ງເປັນການທຳລາຍຄັ້ງທີ 2 ໃນປີນີ້, ໂດຍຄັ້ງທີໜຶ່ງ ມີຂຶ້ນເມື່ອຕົ້ນເດືອນມັງກອນ 2015 ຊຶ່ງລວມມີປືນແກ໋ບ 4.479 ກະບອກ, ດອກໄຟເພີງ 24 ກິໂລ, ດອກແກ໋ບ10 ກັບ, ມາດ 63 ກິໂລ, ຢາກະຕຸ້ນທາງເພດ 2 ແກັດ ແລະ ບັ້ງກະໂພກອີກຈຳນວນໜຶ່ງ.

ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກຳລັງເຈົ້າໜ້າທີ່ຂອງຕົນໄດ້ມີການເຄື່ອນໄຫວຢ່າງແຂງແຮງ ໃນການສະກັດກັ້ນ ແລະ ຕ້ານການລ່າສັດປ່າຜິດກົດໝາຍ, ສາມາດຢືດປະເພດອາວຸດ, ເຄື່ອງມືລ່າເນື້ອທີ່ອັນຕະລາຍໄດ້ເປັນຈຳນວນຫລາຍ ແລະ ມີການທຳລາຍຖິ້ມຄືດັ່ງກ່າວ, ເພື່ອແນໃສ່ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາສັດປ່າທີ່ໃກ້ຈະສູນພັນ ແລະ ເຮັດໃຫ້ສະພາການເຄື່ອນ ໄຫວອັນບໍ່ດີຜິດຕໍ່ລະບຽບກົດໝາຍຫລຸດໜ້ອຍລົງເທື່ອລະກ້າວ.

 

ແຫລ່ງຂ່າວ: ລາວພັດທະນາ