spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ສະຫວັນນະເຂດ ຈັບພໍ່ຄ້າຢາບ້າລາຍໃຫຍ່ ໄດ້ຂອງກາງຫລາຍກ່ວາ 2 ແສນເມັດ!

ປກສ ສະຫວັນນະເຂດ ຈັບພໍ່ຄ້າຢາບ້າລາຍໃຫຍ່ ໄດ້ຂອງກາງຫລາຍກ່ວາ 2 ແສນເມັດ!

Published on

yaba

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ພາຍຫລັງ, ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດຈຳນວນຫລາຍ ໃນເຂດບ້ານໜອງ ບົວທ່າ ເມືອງສອງຄອນ ແຂວງສະຫວັນນະເຂດ, ຈຶ່ງໄດ້ຈັດກຳລັງຕັ້ງດ່ານກວດ ໃນຈຸດເສັ້ນທາງບ້ານດັ່ງກ່າວ ແລະ ພົບເຫັນເປົ້າໝາຍຂີ່ລົດຈັກຮອນດາເວບສີແດງດຳ ບໍ່ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວ, ຈຶ່ງໄດ້ລັດໃຫ້ຈອດ ແລະ ກວດຄົ້ນພົບເຫັນຢາບ້າ 10 ພັນເມັດ, ຊຸກເຊື່ອງໄວ້ຢູ່ກ້ອງເບາະລົດ, ຈຶ່ງໄດ້ຈັບຕົວຜູ້ ກ່ຽວຄື: ທ້າວ ສີຟ້າ ອາຍຸ 34 ປີ ຢູ່ບ້ານໜອງບົວທ່າ ເມືອງສອງຄອນ ແລະ ຢືດຢາເສບຕິດດັ່ງກ່າວໄວ້ເປັນຫລັກຖານໃນການດຳເນີນ ຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງຕົນແທ້ ໂດຍຊື້ມາຈາກຂະບວນການຄ້າຢາ ເສບຕິດຢູ່ບ້ານນາຍຸງ, ເມືອງສອງຄອນ ແລະ ໃນວັນດຽວ ກັນນັ້ນ, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ, ກໍໄດ້ນຳກຳລັງເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຢາເສບຕິດຫລັງໜຶ່ງ, ເຊິ່ງ ເຈົ້າຂອງເຮືອນໄດ້ຫລົບໜີກ່ອນ ແລະ ຜ່ານການກວດຄົ້ນພົບ ເຫັນຢາບ້າ 2 ແສນກວ່າເມັດ, ຢາໄອ 4 ຖົງ, ພ້ອມກັບລົດ ວີໂກ້ ສີປອນໝາຍເລກທະບຽນ ກຄ 4239 ສະຫວັນນະເຂດ, ລົດຮຸນໄດໝາຍເລກທະບຽນ ກຄ 7380 ສະຫວັນນະເຂດຈອດປະ ໄວ້ຢູ່ເຮືອນຫລັງດັ່ງກ່າວ, ຈຶ່ງໄດ້ຢຶດເປັນຫລັກຖານໄວ້ດຳເນີນຄະດີ ແລະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການຄ້າຢາເສບຕິດລາຍໃຫຍ່ນີ້ຕໍ່ໄປ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...