spot_img
Homeວິທະຍາສາດ-ວິທະຍາການບໍ່ມີສະທ້ານ "ຊຸດປ້ອງກັນລະເບີດ" ຈາກຣັດເຊຍ ຄາດ 2020 ອອກວາງຈຳໜ່າຍ

ບໍ່ມີສະທ້ານ “ຊຸດປ້ອງກັນລະເບີດ” ຈາກຣັດເຊຍ ຄາດ 2020 ອອກວາງຈຳໜ່າຍ

Published on

ເວັບໄຊອາເທຣີຂອງຣັດເຊຍເຜີຍຄລິບວີດີໂອທີ່ບໍລິສັດຜູ້ຜະລິດອຸປະກອນແຫ່ງໜຶ່ງໃນຣັດເຊຍ ທົດສອບຄວາມແຂງແຮງຂອງຊຸດໃນແບບສະບັບ ຣັດເຊຍ ໂດຍການໃຫ້ນາງແບບສາວທີ່ຊື່ວ່າ ວິກຕໍເຣຍ ໂຄເລສນິກໂຄວາ ໃສ່ຊຸດເກາະ ແລ້ວຍ່າງຜ່ານສະໜາມຮົບຈຳລອງທີ່ເຕັມໄປດ້ວຍ ແປວໄຟ ແລະ ລະເບີດ ໂດຍບໍ່ມີທ່າທີສະແດງຄວາມຕົກໃຈແຕ່ຢ່າງໃດ ພາຍຫລັງ ສິ້ນສຸດການທົດສອບແລ້ວນາງປົດໝວກອອກມາພົບພຽງຮອຍເປື້ອນທີ່ໃບໜ້າພຽງເລັກນ້ອຍເທົ່ານັ້ນ

ຫົວຫນ້າທີມພັດທະນາຊຸດ ກ່າວຕີ່ມອີກວ່າ ຊຸດທີ່ນາງແບບໃສ່ນີ້ ເຮັດມາຈາກຜ້າ ອາຣາມິດ (Aramid) ເຊິ່ງເຮັດມາຈາກເສັ້ນໄຍສັງເຄາະທີ່ມີຄວາມແຂງແຮງ ມີຄຸນສົມບັດທົນຕໍ່ຄວາມຮ້ອນສູງ ແລະ ແຮງອັດກະແທກໄດ້ເປັນຢ່າງດີ ທີມຜູ້ອອກ ແບບຊຸດດັ່ງກ່າວເຜີຍວ່າ ວັດຖຸດິບຂອງຊຸດນີ້ສາມາດປ້ອງກັນລູກປືນ ແລະ ເສດສິ້ນສ່ວນລະເບີດໄດ້ ແຕ່ພວກເຂົາຍັງຢູ່ໃນຂັ້ນຕອນພັດທະນາ ໃຫ້ສາມາດທົນຄວາມຮ້ອນຈາກໄຟໃຫ້ດົນຂຶ້ນຕື່ມ ໂດຍທາງບໍລິສັດຄາດວ່າຊຸດດັ່ງກ່າວຈະສາມາດຜະລິດເພື່ອຈຳໜ່າຍໄດ້ ພາຍໃນ ປີ 2020 ສຳລັບໃຊ້ໃນພາລະກິດທາງການທະຫານ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...