spot_img
Homeຂ່າວຕ່າງປະເທດບໍ່ມີມູນຄວາມຈິງ! ນັກທ່ອງທ່ຽວໄທ ບໍ່ສາມາດມາສັກວັກຊີນ ທີ່ ສປປ ລາວ ໄດ້

ບໍ່ມີມູນຄວາມຈິງ! ນັກທ່ອງທ່ຽວໄທ ບໍ່ສາມາດມາສັກວັກຊີນ ທີ່ ສປປ ລາວ ໄດ້

Published on

ເຟສບຸກ ສ່ວນໂຕ ແລະ ແຟນເພສ ໃນເຟສບຸກຫຼາຍແຫ່ງໄດ້ມີການແຊສ໌ ຂໍ້ຄວາມທີ່ວ່າ: “ຄົນໄທສາມາດເດີນທາງ ໄປສັກວັກຊີນ ໂຄວິດ-19 ຢູ່ ສປປ ລາວໄດ້”. ຂໍ້ຄວາມດັ່ງກ່າວຖືວ່າ ບໍ່ມີມູນຄວາມຈິງແຕ່ຢ່າງໃດ ເພາະນັກທ່ອງທ່ຽວຕ່າງປະເທດ ຍັງບໍ່ໄດ້ຮັບອະນຸຍາດເດີນທາງເຂົ້າ ສປປ ລາວ ໄດ້.

ກະຊວງສາທາລະນະສຸກຂອງໄທ ໄດ້ ໂພສຂໍ້ຄວາມ ຖະແຫຼງການ ຜ່ານແຟນເພສເພສບຸກ ໃນວັນທີ 4 ພຶດສະພາ 2021 ທີ່ຜ່ານມາວ່າ: ສປປ ລາວ ຍັງຄົງປິດປະເທດ ແລະ ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າປະເທດໄດ້ ສ່ວນຄົນຕ່າງຊາດທີ່ສາມາດສັກວັກຊີນໄດ້ ແມ່ນນັກທ່ອງທ່ຽວທີ່ຕົກຄ້າງຢູ່ ສປປ ລາວ, ນັກການທູດ ປະຈຳ ສປປ ລາວ ແລະ ນັກສຶກສາ ຕ່າງປະເທດ ທີ່ຢູ່ ສປປ ລາວ.

ເຊິ່ງໃນໂພສຂ້າງລຸ່ມມີເນື້ອຫາວ່າ: ໃຜກໍຕາມ ທີ່ຢາກໄປສັກວັກຊີນໂຄວິດ-19 ຂອງໄຟເຊີ (Pfizer) ແຕ່ບໍ່ມີງົບເດີນທາງໄປສັກຢູ່ປະເທດໄກໆ ກໍສາມາດ ລອງໄປສັກ ຢູ່ ສປປ ລາວ ໄດ້ ເພາະເຫັນວ່າ ຄົນໄທ ບໍ່ຢາກສັກວັກຊີນຊີໂນແວັກ (Sinovac) ແຕ່ລັດຖະບານໄທ ກໍ່ບໍ່ເອົາວັກຊີນຂອງໄຟເຊີ(Pfizer) ເຂົ້າມາ. ສະນັ້ນ, ເລີຍປະກາດ ເຊີນຊວນ ນັກທ່ອງທ່ຽວ ສາມາດຂໍໄປສັກວັກຊີນໄດ້ຟຣີ ຢູ່ ສປປ ລາວ ເພາະລາວມີ ໄຟເຊີ (Pfizer),ແອສຕາຊີເນກ້າ, (AstraZeneca). ສະປຸກນິກ (Sputnik) ແລະ ຊີໂນຟາມ (Sinophram) ໃຫ້ເລືອກ.

ມີການແຊສ໌ ການອ້າງອີງທີ່ມີເນື້ອຫາແບບດຽວກັນນີ້ ຢູ່ ເຟສບຸກ (Facebook) ແລະ ທະວິດເຕີ້ (Twitter)ເຊິ່ງການອ້າງອີງນີ້ ບໍ່ມີມູນຄວາມຈິງ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...