spot_img
Home​ຂ່າວທ່ອງທ່ຽວ"ບໍ່ນ້ຳຮ້ອນກາສີ" ອອນເຊັນເມືອງລາວທີ່ຄວນໄປສຳພັດ

“ບໍ່ນ້ຳຮ້ອນກາສີ” ອອນເຊັນເມືອງລາວທີ່ຄວນໄປສຳພັດ

Published on

ໃນຄໍລຳ ທ່ອງທ່ຽວກັບລາວໂພສມື້ນີ້ ເຮົາຈະພາທຸກຄົນຜ່າຄວາມໜາວໄປສະແຫວງຫາຄວາມອົບອຸ່ນທີ່ບໍ່ນ້ຳຮ້ອນ ແຕ່ບໍ່ຈຳເປັນຂຶ້ນໄປໄກຮອດຊຽງຂວາງ, ຫົວພັນ ພຽງກາຍນະຄອນຫຼວງວຽງຈັນເຮົາໄປໜ້ອຍດຽວກໍ່ໄດ້ສຳພັດກັບຄວາມອົບອຸ່ນນີ້ໄດ້ກັບ “ບໍ່ນ້ຳຮ້ອນກາສີ” ນອກຈາກຈະໄດ້ສຳພັດຄວາມອົບອຸ່ນຈາກນ້ຳແລ້ວ ທ່ານຍັງຈະໄດ້ສະບາຍໄປກັບທິວທັດອັນສວຍງາມ ອາກາດທີ່ສົດຊື່ນອີກດ້ວຍ

ບໍ່ນ້ຳຮ້ອນກາສີ ແມ່ນຕັ້ງຢູ່ບ້ານນ້ຳແກ່ນ ເມືອງກາສີ ແຂວງວຽງຈັນ ລຽບທາງເລກທີ່ 13 ເໜືອ ຫ່າງຈາກນະຄອນຫຼວງວຽງຈັນ 250 ກິໂລແມັດ ເທົ່ານັ້ນ

ໜາວນີ້ຢ່າລືມພາຄອບຄົວ ຫຼື ຄົນທີ່ທ່ານຮັກມາລອງສຳພັດ ຮັບຮອງວ່າທ່ານຈະຕິດໃຈຈົນຕ້ອງກັບມາອີກຄັ້ງແນ່ນອນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...