spot_img
Homeຂ່າວທ້ອງຖິ່ນງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World)

ງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World)

Published on

ໃນລະຫວ່າງ ວັນທີ 17-19 ມີນາ 2023 ກະຊວງອຸດສາຫະກໍາ ແລະ ການຄ້າ ການຈັດງານວາງສະແດງ ຊາລາວສູ່ສາກົນ (Laos Tea to the World) ຂຶ້ນທີ່ ເຮືອນຈັນ, ມໍລະດົກ ຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດ ທີ່ໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຜູ້ປະກອບການຜະລິດຕະພັນ ຊາລາວ ໃນທົ່ວປະເທດ ທີ່ມີທ່າແຮງເຂົ້າຮ່ວມງານ ລວມທັງໝົດ 42 ຫ້ອງ, ໃນນັ້ນ, ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າຮ່ວມວາງສະແດງ ຈຳນວນທັງໝົດ 16 ຫ້ອງ ຈາກ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຈຳປາສັກ ແລະຫຼວງພະບາງ.

ພາຍໃນງານວາງສະແດງ ໄດ້ມີການຈັດກິດຈະກຳປະກວດຊາລາວສູ່ສາກົນ ໂດຍການນຳສະເໜີຜະລິດຕະພັນຊາ ແລະວິທີປຸງແຕ່ງຊາຕົນເອງໃນຮູບແບບ ທີ່ເປັນເອກະລັກໂດດເດັ່ນ ເພື່ອຍາດຊີງລາງວັນຈາກຄະນະກຳມະການ, ເຊີ່ງຜະລິດຕະພັນຊາທີ່ຊະນະເລີດ 3 ບໍລິສັດ ຈະໄດ້ນຳໄປວາງສະແດງ ແລະໂຄສະນາ ໃນຫ້ອງວາງສະແດງແຫ່ງຊາດລາວ ທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ, ລວມທັງງານວາງສະແດງພາກພື້ນ ແລະອື່ນໆ. ຜ່ານການປະກວດຜົນປະກົດວ່າ ອັນດັບທີ່ 1 ໄດ້ແກ່ ບໍລິສັດ ສວນຊາ 36 ແຂວງຈຳປາສັກ, ອັນດັບທີ່ 2 ແມ່ນ ບໍລິສັດ ນາງ ດວງມາລາທໍ່ ຜະລິດ ແລະປຸງແຕງຊາພູສັນ ແຂວງຊຽງຂວາງ ແລະອັນດັບ 3 ແມ່ນບໍລິສັດຄິງຊາຫຼວງ ຈາກແຂວງຫຼວງນໍ້າທາ, ນອກນັ້ນ ໄດ້ມີລາງວັນຊົມເຊີຍອີກ 5 ລາງວັນ ຕື່ມອີກ.

ທ່ານ ຢຽນຢົງ ຮອງປະທານບໍລິສັດສວນຊາ 36 ໄດ້ໃຫ້ສຳພາດວ່າ: ບໍລິສັດສວນຊາ 36 ໄດ້ສ້າງຕັ້ງຂື້ນໃນປີ 2017 ຜ່ານມາບໍລິສັດໄດ້ຕັ້ງໃຈພັດທະນາຜະລິດຕະພັນຊາ ຢູ່ພູພຽງບໍລິເວນແຂວງຈຳປາສັກ ໃຫ້ເປັນສີນຄ້າທີ່ຜ່ານການຍອມຮັບຂອງຜູ້ບໍລິໂພກທັງພາກພື້ນ ແລະສາກົນ ປັດຈຸບັນໄດ້ມີຫຼາກຫຼາຍຜະລິດຕະພັນ ທີ່ຂາຍໄປປະເທດຈີນ, ຍີ່ປຸ່ນ ແລະປະເທດເຂດເອີຣົບ, ເຊີ່ງປີ 2021-2022 ບໍລິສັດໄດ້ຮັບລາງວັນທີ່ 1 ໃນການປະກວດຊາຂາວ ແລະຊາແດງ ຈາກສະຫະລັດອາເມລິກາ, ປັດຈຸບັນບໍລິສັດມີສາຂາຈຳໜ່າຍຜະລິດຕະພັນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະແຂວງຫຼວງນ້ຳທາ, ສຳລັບແຜນການຕໍ່ໜ້າ ບໍລິສັດຈະເອົາໃຈໃສ່ໃນການໂຄສະນາ ວາງສະແດງ ແລະຂາຍຜະລິດຕະພັນ ຢູ່ຕະຫຼາດທັງພາຍໃນ ແລະຕ່າງປະເທດໃຫ້ຫຼາຍຂື້ນ.

ຕະຫຼອດໄລຍະຂອງການຈັດງານໃນ 3 ວັນ ໄດ້ມີການການວາງສະແດງກ່ຽວກັບຜະລິດຕະພັນຊາ ຈາກຜູ້ປະກອບການທົ່ວປະເທດມາວາງສະແດງ ເພື່ອຜູ້ເຂົ້າຊົມຈະໄດ້ເຫັນເຖິງຄວາມອຸດົມສົມບູນ, ຄວາມຫຼາກຫຼາຍ ແລະສີສັນຂອງຊາລາວ ລວມໄປເຖິງຊາບູຮານ ແລະຊາສະໄໝໃໝ່, ພ້ອມທັງຈັດງານສຳມະນາ ຊາລາວສູ່ຊາໂລກ ແລະກອງປະຊຸມພົບປະທຸລະກິດ ທີ່ມີການນໍາສະເໜີກ່ຽວກັບຍຸດທະສາດ ການພັດທະນາຊາລາວສູ່ຕະຫຼາດ, ແບ່ງປັນ ປະສົບການຕົວຈິງຂອງຫົວໜ່ວຍທຸລະກິດ ທີ່ປະສົບຜົນສຳເລັດໃນການສົ່ງອອກຊາລາວໄປສູ່ຕະຫຼາດພາຍໃນ ແລະຕ່ງປະເທດ ອີກດ້ວຍ.

ຂ່າວ: ອາພຸດເດດ ພາບ: ດາວອນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...