spot_img
Homeຂ່າວທ້ອງຖິ່ນບໍລິສັດ ພີເອັສ ໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນຫຼັງໃໝ່ ຢູ່ບ້ານສົມສະນຸກ ເມືອງຫີນເຫີບ

ບໍລິສັດ ພີເອັສ ໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນຫຼັງໃໝ່ ຢູ່ບ້ານສົມສະນຸກ ເມືອງຫີນເຫີບ

Published on

ບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ຈັດພິທິ ມອບ-ຮັບ ໂຮງຮຽນປະຖົມສົມບູນຫລັງໃໝ່ ໃຫ້ແກ່ປະຊາຊົນ ບ້ານຈັດສັນໃໝ່ ບ້ານສົມສະນຸກ, ເມືອງຫີນເຫີບ, ແຂວງວຽງຈັນ, ໃນວັນທີ 9 ຕຸລາ ນີ້, ລວມມູນຄ່າ ການກໍ່ສ້າງທັງໝົດ 1,6 ຕື້ກີບ ໃຫ້ກຽດເຂົ້າຮ່ວມ ໂດຍມີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເຈົ້າເມືອງໆຫີບເຫີບ ພ້ອມດ້ວຍ ພໍ່-ແມ່ ປະຊາຊົນ ເຂົ້າຮ່ວມ
ທ່ານນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໂຮງຮຽນດັ່ງກ່າວ, ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນພຶດສະພາ ຜ່ານມາ, ລັກສະນະຂອງອາຄານ ເປັນຮູບໂຕຢູ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, 1 ຫ້ອງສະໝຸດ ແລະ 8 ຫ້ອງນ້ຳ ຍິງ-ຊາຍ ແລະ ຫໍພັກຄູ 4 ຫ້ອງ ພ້ອມທັງ ອຸປະກອນ ໂຕະ, ຕັ່ງ, ກະດານດຳ ແລະ ອື່ນໆ ໂດຍແມ່ນ ບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເປັນຜູ້ໃຫ້ການ ສະ ໜັບສະໜູນ ທາງດ້ານທຶນຮອນ ທັງໝົດ ລວມມູນຄ່າການກໍ່ສ້າງ ທັງໝົດ 1,6 ຕື້ກີບ
ທ່ານ ລີຕູ້ ບົວປາວ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ບໍລິສັດ ດັ່ງກ່າວ, ທີ່ເຫັນໄດ້ ຄວາມສຳຄັນ ຕໍ່ວຽກງານການສຶກສາ ທີ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອທາງດ້ານທຶນຮອນ ປຸກສ້າງໂຮງຮຽນຫລັງນີ້, ໃຫ້ແກ່ບ້ານດັ່ງກ່າວ ເຊິ່ງເປັນການ ປະກອບສ່ວນສຳຄັນ ໃນການພັດທະນາ ຊັບພະຍາກອນມະນຸດ ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄືປະຊາຊົນ ບ້ານສົມສະນຸກ ໃຫ້ໄດ້ຮັບການສຶກສາທີ່ດີ ແນ່ໃສ່ເຮັດໃຫ້ ຫລຸດພົ້ນອອກຈາກ ຄວາມກືກໜັງສື ແລະ ອື່ນໆ

ຂ່າວ: ສຳນັກຂ່າວສານະເທດລາວ

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...