spot_img
Homeຂ່າວທ້ອງຖິ່ນບໍລິສັດເຈົ້າຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍຈະຮັບຜິດຊອບຊົດເຊີຍຄອບຄົວຜູ້ເສຍຊີວິດຕື່ມອີກ

ບໍລິສັດເຈົ້າຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍຈະຮັບຜິດຊອບຊົດເຊີຍຄອບຄົວຜູ້ເສຍຊີວິດຕື່ມອີກ

Published on

ສືບເນື່ອງຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018ທີ່ຜ່ານມາ, ພາຍຫຼັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  ຕົກລົງເຫັນດີມອບຄ່າຊົດເຊີຍໃຫ້ກັບບັນດາຍາດພີ່ນ້ອງຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຈຳນວນ 71 ຄົນ ຈາກ 51 ຄອບຄົວ ໃນມູນຄ່າການຊົດເຊີຍ 10.000 ໂດລາ ຫຼື 85.560.000ກີບ ຕໍ່ຫົວຄົນ.

ພິທີມອບ-ຮັບເງິນຊົດເຊີຍໃຫ້ແກ່ຍາດພີ່ນ້ອງຜູ້ເສຍຊີວິດ ຖືກຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນ 2019 ທີ່ຜ່ານມາ ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ເຊິ່ງລວມມີ: ບ້ານໃໝ່ ມີຜູ້ເສຍຊີວິດ 11 ຄົນຈາກ 10 ຄອບຄົວ, ບ້ານທ່າຫິນ ມີຜູ້ເສຍຊີວິດ 8 ຄົນຈາກ 6 ຄອບຄົວ, ບ້ານສະໝອງ ມີຜູ້ເສຍຊີວິດ 1 ຄົນຈາກ 1 ຄອບຄົວ, ບ້ານຫິນລາດ ມີຜູ້ເສຍຊີວິດ 31ຄົນຈາກ 20 ຄອບຄົວ, ບ້ານທ່າແສງຈັນ ມີຜູ້ເສຍຊີວິດ 18 ຄົນຈາກ 12 ຄອບຄົວ, ບ້ານແທ ມີຜູ້ເສຍຊີວິດ 2 ຄົນຈາກ 2 ຄອບຄົວ.

ນອກຈາກນີ້, ທາງບໍລິສັດເຈົ້າຂອງໂຄງການຈະຮັບຜິດຊອບຊົດເຊີຍໃຫ້ແກ່ຄອບຄົວຜູ້ເສຍຊີວິດຕື່ມອີກ ຫາກໃນຕໍ່ໜ້າພົບສົບຜູ້ເສຍຊີວິດຕື່ມ.ໂດຍອີງຕາມແຈ້ງການ ເລກທີ 138/ຫສນຍ, ລົງວັນທີ 23 ມັງກອນ 2019.

ມີລາຍງານຕື່ມອີກວ່າ ໃນວັນທີ 25-26 ມັງກອນ 2019 ທີ່ຜ່ານມາ ທາງຄະນະອົງການຈັດຕັ້ງຂັ້ນສູນກາງ ພ້ອມດ້ວຍຄະນະອົງການຈັດຕັ້ງຂອງແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມກັນຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ເພື່ອອຸທິດໃຫ້ແກ່ດວງວິນຍານຜູ້ທີ່ເສຍຊີວິດ ແລະ ສູນຫາຍຈາກເຫດການເຂື່ອນແຕກ ຈຳນວນ 71 ກອງ ໃນນັ້ນມີອີກ 4 ກອງ ທີ່ອຸທິດໃຫ້ແກ່ເຈົ້າຖິ່ນເຈົ້າຖານ ແລະ ເຈົ້າກຳນາຍເວນ ລວມທັງໝົດເປັນ 75 ກອງບຸນ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: laoedaily

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...