spot_img
Homeຂ່າວພາຍ​ໃນບໍລິຄຳໄຊ FC ອອກມາຊີ້ແຈງກ່ຽວກັບ ການຖືກຖອນອອກຈາກການແຂ່ງຂັນບານເຕະເປັບຊີລາວລີກ 1 ປີ 2023

ບໍລິຄຳໄຊ FC ອອກມາຊີ້ແຈງກ່ຽວກັບ ການຖືກຖອນອອກຈາກການແຂ່ງຂັນບານເຕະເປັບຊີລາວລີກ 1 ປີ 2023

Published on

ໃນວັນທີ 13 ກຸມພາ 2023 ທາງສະຫະພັນບານເຕະແຫ່ງຊາດລາວ ອອກແຈ້ງການກ່ຽວກັບການຖອນສະໂມສອນ ແຂວງບໍລິຄຳໄຊ FC ອອກຈາກການແຂ່ງຂັນບານເຕະເປັບຊີລາວລີກ 1 ປີ 2023 ສາເຫດແມ່ນສະໜາມການແຂ່ງຂັນຍັງບໍ່ໄດ້ມາດຕະຖານ ແລະ ໃຫ້ສືບຕໍ່ປັບປຸງແລ້ວຈຶ່ງມາຂໍເຂົ້າຮ່ວມການແຂ່ງຂັນຄືນໃນປີ 2024.

ທັ້ງນີ້ ຈຶ່ງເຮັດໃຫ້ເກີດມີປະເດັນມາຫຼາຍຢ່າງທີ່ເຮັດໃຫ້ທາງ ສະຫະພັນບານເຕະ ແຂວງບໍລິຄຳໄຊ ຕ້ອງອອກມາແຈ້ງຄື:

  1. ພາຍຫຼັງທີ່ທີມງານ ສຕລ ລົງກວດກາສະໜາມແລ້ວ ກໍແນະນຳວ່າສາມາດນຳໃຊ້ໄດ້ ແຕ່ຕ້ອງໄດ້ປັບປຸງຫຼາຍຢ່າງ.
  2. ໃນໄລຍະທີ່ປັບປຸງ ແມ່ນໃຫ້ນຳໃຊ້ສະໜາມອື່ນໄປກ່ອນ, ເຊິ່ງເຮັດໃຫ້ທາງສະຫະພັນບານເຕະ ແຂວງບໍລິຄຳໄຊ ມີການທຸ່ມງົບເພື່ອປັບປຸງໃຫ້ໄວທີ່ສຸດ ໃຫ້ເປັນໄປຕາມມາດຕະຖານຂອງ ສຕລ ວາງໄວ້.
  3. ໃນວັນທີ 12 ກຸມພາ ທີມບໍລິຄຳໄຊໄດ້ມີການແຂ່ງຂັນກະຊັບມິດກັບສະໂມສອນນໍ້າທາ ຫຼັງຈາກຈົບການແຂ່ງຂັນທີມງານຄູຝຶກກໍແນະນຳໃຫ້ນັກກິລາເອົາໃຈໃສ່ຝຶກຊ້ອມກຽມພ້ອມ ໃນການເຂົ້າຮ່ວມແຂ່ງຂັນທີ່ຈະເປີດຂື້ນໃນວັນທີ 18 ກຸມພາ 2023 ນີ້.
  4. ເມື່ອທີມບໍລິຄຳໄຊໝັ້ນໃຈວ່າຈະໄດ້ເຂົ້າຮ່ວມຢ່າງແນ່ນອນ ຈຶ່ງເຮັດໃຫ້ມີຄວາມກະຕືລືລົ້ນໃນທຸກທາງ ທີ່ຈະເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ເຊິງໄດ້ກະແສຕອບຮັບຈາກແຟນບານຢ່າງຫຼວງຫຼາຍ.
  5. ພໍມາຮອດຕອນບ່າຍຂອງ ວັນທີ 13 ກຸມພາ 2023 ທາງສະຫະພັນບານເຕະແຂວງບໍລິຄຳໄຊ ໄດ້ຮັບແຈ້ງການຈາກ ສຕລ ສະບັບເລກທີ່139/ສຕລ ລົງວັນທີ່13/02/2023 ເລື່ອງການຖອນອອກຈາກການແຂ່ງຂັນ.
  6. ແຕ່ທາງສະໂມສອນ ແຂວງບໍລິຄຳໄຊ FC ກໍໄດ້ຍື່ນໜັງສືສະເໜີອຸທອນ ຂໍສືບຕໍ່ເຂົ້າຮ່ວມການແຂ່ງຂັນ.
  7. ມາວັນທີ 14 ກຸມພາ 2023 ທາງສະຫະພັນບານເຕະ ແຂວງບໍລິຄຳໄຊ ກໍໄດ້ຮັບແຈ້ງຜົນສະບັບເລກທີ145/ສຕລ ລົງວັນທີ 14/02/2023 ສະໂມສອນຖືກຕັດອອກຈາກການແຂ່ງຂັນລາວລີກ 1.

ເພາະການແຂ່ງຂັນທີ່ຈະຈັດຂຶ້ນໃນໄວໆນີ້ ເຮັດໃຫ້ສະຫະພັນບານເຕະ ແຂວງບໍລິຄຳໄຊ ທີ່ກະກຽມຄວາມພ້ອມໃນເລື່ອງ ຄູຝຶກ ນັກກິລາ ແລະ ທີມງານທຸກຄົນ ທຸກພາກສ່ວນ ຕ້ອງໂຈະ ແລະ ເສຍໃຈໄປກັບເຫດການໃນຄັ້ງນີ້.

อาจเป็นรูปภาพของ ข้อความ

ທີ່ມາ Tokee Phaviny Chaleunsouk 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...