ບໍລິການລົດໄຟສິນຄ້າຈີນ-ເອີຣົບເຕີບໂຕຂຶ້ນ

0
843

ລົດໄຟສິນຄ້າຈີນ-ເອີຣົບ ເຕີບໂຕຢ່າງຕໍ່ເນື່ອງໃນເດືອນກໍລະກົດນີ້ ພ້ອມກັບການດຳເນີນງານທີ່ປອດໄພ.

ວັນທີ 2 ສິງຫາ 2022 ອ້າງອີງຈາກສຳນັກຂ່າວ ຊິນຫົວ ລາຍງານວ່າ: ທ່ຽວລົດໄຟສິນຄ້າຈີນ-ເອີຣົບໃນເດືອນກໍລະກົດນີ້ ສູງເຖິງ 1.517 ທ່ຽວ ເພີ່ມຂຶ້ນ 11% ເມື່ອທຽບກັບປີຕໍ່ປິ ແລະ ມີການຂົນສົ່ງສິນຄ້າຫຼາຍກວ່າ 149.000 ທີອີຢູ (TEU ໜ່ວຍນັບສິນຄ້າໃນຕູ້ຄອນເທນເນີຄວາມຍາວ 6 ແມັດ) ເພີ່ມຂຶ້ນ 12% ຈາກປີກ່ອນ.

ທັ້ງນີ້ ຍອດການເດີນລົດໄຟສິນຄ້າຈີນ-ເອີຣົບ ຊ່ວງເດືອນມັງກອນ-ກໍລະກົດ ຢູ່ທີ່ 8.990 ທ່ຽວ ເພີ່ມຂຶ້ນ 3% ທຽບປີຕໍ່ປີ ແລະ ມີການຂົນສົ່ງລວມ 869.000 ເພີ່ມຂຶ້ນ 4%