spot_img
Homeຂ່າວຄວາມສະຫງົບບົດລາຍງານເຫດການເຈົ້າໜ້າທີ່ 2 ຄົນເສຍຊີວິດ ຍ້ອນຖືກລະເບີດຂະນະປະຕິບັດໜ້າທີ່

ບົດລາຍງານເຫດການເຈົ້າໜ້າທີ່ 2 ຄົນເສຍຊີວິດ ຍ້ອນຖືກລະເບີດຂະນະປະຕິບັດໜ້າທີ່

Published on

ເມືອງພຽງ ກອງບັນຊາການ ປກສ ເມືອງ ອອກບົດລາຍງານຮຽນ: ທ່ານ ຫົວຫນ້າກອງບັນຊາການ ປກສ ແຂວງໄຊຍະບູລີ ທີ່ເຄົາລົບ. ເລື່ອງ: ລາຍງານສະພາບປະຈໍາວັນ 12 ກັນຍາ 2023
-ອີງຕາມ: ການເຫັນດີເປັນເອກະພາບຂອງຄະນະພັກ – ຄະນະບັນຊາໃນຄັ້ງວັນທີ 12 . 9 . 2023. -ອີງຕາມ: ເຫດການເກີດຂຶ້ນໃນຄັ້ງວັນທີ 12 / 9 / 2023
ກອງບັນຊາການ ປກສ ເມືອງພຽງຖືເປັນກຽດຢ່າງສູງຮຽນລາຍງານມາຍັງທ່ານ ຫົວຫນ້າກອງບັນຊາການ ປກສ ແຂວງໄຊຍະບູລີ ເພື່ອຊາບ:

+ ເວລາ 5 ໂມງ 20 ນາທີ ຂອງວັນທີ 12 / 9 / 2023 ໄດ້ມີເຈົ້າຫນ້າທີ່ພະແນກຕໍາຫຼວດສົມທົບກັບ ກຸ່ມບ້ານເທດສະບານລົງແກ້ໄຂປະກົດການຫຍໍ້ທໍ້ຢູ່ບ້ານນໍ້າຍາບ,ເມືອງພຽງ,ແຂວງໄຊຍະບູລີ ເປົ້າຫມາຍຊື່ ທ້າວ ເຈ້ຍເນັ້ງ ຢາງ ອາຍຸ 21 ປີອາຊີບປະຊາຊົນ,ບ້ານນໍ້າຍາບ,ເມືອງພຽງ,ແຂວງໄຊຍະບູລີ, ໄປນໍາກັນ 13 ສະຫາຍ ຫຼັງຈາກນັ້ນເປົ້າຫມາຍກໍ່ໄດ້ແກະລູກ
ພາຍຫຼັງຮອດເຮືອນຂອງເປົ້າຫມາຍກໍ່ໄດ້ແຕ່ງກັນອ້ອມເຮືອນຂອງເປົ້າຫມາຍ ລະເບີດ ( ບໍ່ຮູ້ວ່າແມ່ນຊະນິດໃດ ) ແລ້ວແລ່ນອອກຈາກໃນເຮືອນມາຫາເຈົ້າຫນ້າທີແລ້ວລະເບີດບໍ່ແຕກເຮັດ ໃຫ້ເຈົ້າຫນ້າທີ່ເສຍຊີວິດ ຄາທີ່ 1 ຄົນ ຄື: ຮຕ ກູດ ອານາສິດ ພ້ອມດ້ວຍ ເປົ້າຫມາຍ 1 ຄົນ( ທ້າວ ເຈ້ຍເນັ້ງ ຢາງ) ແລ້ວສະເກັດລະເບີດກໍ່ໄດ້ຖືກໃສ່ ຮອ ອໍາໄພ ວົງສຸວັນ ບາດເຈັບສາຫັດ ຫຼັງຈານັ້ນກໍ່ໄດ້ນໍາຕົວຜູ້ກ່ຽວສົ່ງໂຮງຫມໍ ແລ້ວຜູ່ກ່ຽວກໍ່ໄດ້ເສຍຊີວິດໃນລະຫວ່າງນໍາສົ່ງໂຮງຫມໍ
ດັ່ງນັ້ນ, ຈື່ງຮຽນລາຍງານມາຍັງທ່ານ ຫົວຫນ້າກອງບັນຊາການ ປກສ ແຂວງໄຊຍະບູລີ ເພື່ອຊາບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...