spot_img
Homeຂ່າວທ້ອງຖິ່ນບຸນຊ້າງ ທີ່ໄຊຍະບູລີປີ 2022 ນີ້ ຈະຈັດຂຶ້ນພຽງແຕ່ວັນດຽວເທົ່ານັ້ນ

ບຸນຊ້າງ ທີ່ໄຊຍະບູລີປີ 2022 ນີ້ ຈະຈັດຂຶ້ນພຽງແຕ່ວັນດຽວເທົ່ານັ້ນ

Published on

ງາມມະຫາກໍາບຸນຊ້າງ ທີ່ແຂວງໄຊຍະບູລີ ປະຈໍາປີ 2022 ເຊິ່ງຈະຈັດຂຶ້ນເປັນຄັ້ງທີ 16  ຈະໄດ້ຈັດຂຶ້ນພຽງມື້ດຽວເທົ່ານັ້ນ (ຈາກທີ່ປົກກະຕິຈະຈັດ 2-3 ວັນ) ໃນວັນທີ 20 ກຸມພາ 2022 ທີ່ຈະມາຮອດນີ້ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕ້ອງຈໍາກັດຜູ້ເຂົ້າຮ່ວມພາຍໃນງານ ໂດຍປະຊາຊົນຈາກແຂວງອື່ນໆ ຈະບໍ່ສາມາດເຂົ້າຮ່ວມໄດ້. ນອກຈາກນັ້ນ, ງານຕະຫຼາດນັດທີ່ເຄີຍມີໃນປີທີ່ຜ່ານມາ ກໍຈະຖືກງົດເຊັ່ນດຽວກັນ.

ອໍານາດການປົກຄອງ ແຂວງໄຊຍະບູລີ ແຈ້ງໃຫ້ຮູ້ວ່າ: “ສໍາລັບກິດຈະກໍາບຸນຊ້າງທີ່ຈະຈັດຂຶ້ນໃນວັນທີ 20 ກຸມພາ ນີ້ຈະມີພຽງແຕ່ ພິທີຕັກບາດເພື່ອອຸທິດບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟ້ໃຫ້ຊ້າງກິນ ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ຊ້າງໄດ້ມາພົບປະກັນ.

ບຸນຊ້າງເປັນໜຶ່ງໃນງານສໍາຄັນຂອງ ແຂວງໄຊຍະບູລີ ໂດຍມີຫຼາຍກິດຈະກໍາເຊັ່ນ ການສະແດງຊ້າງ ແລະ ການສະແດງສິນຄ້າຜະລິດຕະພັນຈາກຄົນທ້ອງຖິ່ນ ເຊິ່ງໃນແຕ່ລະປີຈະມີປະຊາຊົນນັບພັນຄົນເຂົ້າມາທ່ຽວຊົມໃນງານດັ່ງກ່າວ ເປັນໂອກາດໃຫ້ນັກທ່ອງທ່ຽວໄດ້ເຂົ້າມາຊື້ສອຍ ອຸດໜຸນຜະລິດຕະພັນລາວ ແລະ ສິນຄ້າອື່ນໆນໍາອີກ.

ອ້າງອີງ: Vientiane Times

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...