spot_img
Homeປະເພນີ-ວັດທະນະທຳບຸນຊ້າງໄຊະຍະບູລີ ປະເພນີທີ່ດີເລີດ!

ບຸນຊ້າງໄຊະຍະບູລີ ປະເພນີທີ່ດີເລີດ!

Published on

LPM-Issue9_PDF

ພໍເວົ້າເຖິງບຸນຊ້າງແຂວງໄຊ ຍະບູລີ ຫລາຍຄົນກໍອາດຈະຮູ້ ຈັກ ແລະ ເຄີຍໄປທ່ຽວຊົມມາ ແລ້ວ ແລະ ຜູ້ຂຽນ ເອງກໍໄດ້ໄປ ສຳຜັດມາແລ້ວຄັ້ງໜຶ່ງ ແລະ ຕາມຄຳບອກເລົ່າຂອງຄົນເກົ່າ ແກ່ຢູ່ແຂວງໄຊຍະບູລີໃຫ້ຮູ້ວ່າ: ບຸນຊ້າງ ໄດ້ມີໜໍ່ ແໜງ ແລະ ກຳເນີດຂຶ້ນມາແຕ່ເຫິງນານໂດຍປະຕິບັດຕາມຄວາມເຊື່ອໃນ ຮີດ ຄອງປະເພນີທີ່ປະ ຊາຊົນ ລາວໄດ້ໃຊ້ຊີ ວິດຕິດພັນກັບຊ້າງມາຕະຫລອດນັ້ນ ເຂົາເຈົ້າຖືວ່າຊ້າງເປັນໜຶ່ງ ໃນສະມາຊິກຄອບຄົວ. ດັ່ງນັ້ນ ຈຸ້ມ ເຈື້ອວົງຕະກຸນທີ່ມີຊ້າງໃນ ແຕ່ລະປີຈຶ່ງພ້ອມພາກັນເຮັດບຸນ ຊ້າງ ຫລື ບາສີສູ່ຂວັນໃຫ້ຊ້າງຕະຫລອດມາ ເພື່ອເປັນການ ສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ຄອບຄົວ ແລະ ເຊື້ອ ວົງຕະກຸນ ຈົນຮີດຄອງດັ່ງກ່າວໄດ້ສືບເນື່ອງມາຈົນຮອດປັດ ຈຸບັນດັ່ງ ແຂວງໄຊຍະບູລີ ເຊິ່ງເປັນທ້ອງ ຖິ່ນໜຶ່ງທີ່ມີຊ້າງຫລາຍ ກໍໄດ້ສືບ ຕໍ່ຈັດບຸນຊ້າງໃຫ້ເປັນເທດສະ ການໃຫຍ່ຂອງ ແຂວງໂດຍກຳນົດເອົາກາງເດືອນກຸມພາຂອງ ທຸກໆປີເປັນມື້ຈັດມະ ຫະກຳບຸນ ດັ່ງກ່າວຢ່າງໃຫຍ່ໂຕມະໂຫລານ ແລະ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນ
ຫລາຍ, ພາຍໃນງານເພິ່ນຈະມີກິດຈະກຳຫລາຍ ຢ່າງໂດຍສະເພາະກິດຈະກຳກ່ຽວກັບຊ້າງເຊັ່ນ: ການປະດັບເອຊ້າງຂອງຕົນ ເພື່ອເຂົ້າຮ່ວມສະແດງໃນງານ, ການປະ ກວດຊ້າງງາມ, ຊ້າງຄຳຮູ້ ແລະ ອື່ນໆ ແລະ ສິ່ງທີ່ຂາດບໍ່ໄດ້ແມ່ນການບາສີສູ່ ຂວັນໃຫ້ຊ້າງດັ່ງທີ່ເຄີຍປະຕິບັດມາຕັ້ງແຕ່ດຶກດຳບັນ, ແຕ່ ດຽວນີ້ຈະຕ່າງຈາກເມື່ອກ່ອນເພາະເພິ່ນຈະນຳຊ້າງມາໂຮມ ກັນ ເພື່ອເຮັດເປັນຄັ້ງດຽວຕາມ ແຕ່ ຈຳນວນຊ້າງທີ່ມີ ແລະ ພາຍ ໃນງານກໍຈະມີການວາງສະແດງ ແລະ ຂາຍສິນຄ້າ, ຂອງ ທີ່ລະນຶກ ຕ່າງໆກ່ຽວກັບບຸນຊ້າງ ເພື່ອ ເປັນການປູກຈິດສຳນຶກໃຫ້ສັງ ຄົມຮູ້ຈັກອະນຸລັກຮັກສາຊ້າງໃຫ້ ຢູ່ຄູ່ມະນຸດ ຄົນເຮົາຕະຫລອດໄປ, ເວົ້າລວມແລ້ວ ບຸນຊ້າງແຂວງ ໄຊຍະບູລີຖືເປັນຮີດຄອງປະເພນີ ເກົ່າແກ່ໜຶ່ງຂອງຊາວລາວ ແລະ ປັດຈຸບັນ ໄດ້ກາຍເປັນເທດສະການ ໜຶ່ງທີ່ສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວລາວ ຫລາຍຂຶ້ນໃນແຕ່ລະປີ ແລະ ອີກ ບໍ່ພໍເທົ່າໃດມື້ຂ້າງໜ້ານີ້ ບຸນດັ່ງ ກ່າວກໍຈະໄດ້ຈັດຂຶ້ນຢ່າງຄຶກຄື້ນ ອີກຄັ້ງໜຶ່ງທີ່ແຂວງໄຊຍະບູລີ ແລະ ກໍຈະສາມາດ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ເປັນຈຳນວນຫລວງຫລາຍເຊັ່ນກັນ. ດັ່ງນັ້ນ ຜູ້ເປັນເຈົ້າພາບກໍຈະຕ້ອງ ໄດ້ເອົາໃຈໃສ່ກະກຽມໃຫ້ດີເພື່ອສາມາດຮອງຮັບ ຜູ້ມາທ່ຽວຊົມ ໃຫ້ສະດວກສະບາຍ ແລະ ເປັນທີ່ຈັບອົກຈັບໃຈຕໍ່ໆໄປ ໂດຍສະເພາະສະຖານທີ່ພັກແຮມ, ຮ້ານອາຫານ ແລະ ການຂົນສົ່ງໂດຍສານກໍຈະຕ້ອງໄດ້ມີການຄຸ້ມຄອງ ແລະ ບໍລິການໃຫ້ດີກວ່າເກົ່າ, ຫລີກເວັ້ນການສວຍໂອກາດ ໃດໆ.

 

ແຫລ່​ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...