spot_img
Homeຂ່າວທ້ອງຖິ່ນບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ຄາດວ່າມີນັກທ່ອງທ່ຽວເຂົ້າຊົມເປັນແສນຄົນ

ບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ຄາດວ່າມີນັກທ່ອງທ່ຽວເຂົ້າຊົມເປັນແສນຄົນ

Published on

ບຸນຊ້າງແຂວງໄຊຍະບູລີປີນີ້ຍັງຄຶກຄັກ ນັກທ່ອງທ່ຽວຍັງຫຼັ່ງໄຫຼໄປທ່ຽວຊົມຢ່າງໜາແໜ້ນຄືປີຜ່ານມາ ເຮັດໃຫ້ໂຮງແຮມ ແລະ ບ້ານພັກ ຢູ່ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ ເຊິ່ງເປັນສະຖານທີ່ຈັດງານ ຖືກຈອງເຕັມໝົດທຸກແຫ່ງແລ້ວ ເຊິ່ງຄາດວ່າມະຫະກຳບຸນຊ້າງ ປະຈຳປີ 2020 ສາມາດດຶງດູດນັກທ່ອງທ່ຽວຢ່າງໜ້ອຍ 1 ແສນຄົນ ລາຍງານຈາກໜັງສືພິມເສດຖະກິດ-ການຄ້າ.

ບຸນຊ້າງ ແມ່ນຈັດຂຶ້ນທຸກໆປີ ຢູ່ ເມືອງ ໄຊຍະບູລີ. ປີນີ້ ບຸນດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 18-28 ກຸມພາ ແລະ ມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ. ນອກຈາກນັກທ່ອງທ່ຽວຈະໄດ້ຊົມການສະແດງຊ້າງຄຳຮູ້ 36 ລາຍການ ແລະ ສິລະປະຕ່າງໆໃນງານແລ້ວ ຍັງຈະໄດ້ຮ່ວມຫຼາກຫຼາຍກິດຈະກຳເຊັ່ນ: ທ່ຽວຊົມຕະຫຼາດນັດຂອງບັນດາເຜົ່າ, ປະກວດອາຫານ, ບໍລິການຂີ່ຊ້າງ, ຊົມພິພິຕະພັນຊ້າງ, ຮຽນຮູ້ວິທີການອະນຸຮັກຊ້າງ ແລະ ອີກຫຼາກຫຼາຍກິດຈະກຳອ້ອມຂ້າງ. ນອກນັ້ນ, ຍັງຈະໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆທີ່ໃກ້ຄຽງເມືອງ ໄຊຍະບູລີ ໂດຍສະເພາະແມ່ນ ເຂື່ອນນໍ້າຂອງ, ຖໍ້າລອດ ແລະ ອ່າງນໍ້າຕຽນ ເປັນຕົ້ນ.

ທ່ານ ນາງ ແສງຈັນ ວັນນະຈິດ ຫົວໜ້າຂະແໜງການໂຮງແຮມ ແລະ ຮ້ານອາຫານ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ ໃຫ້ສຳພາດວ່າ: ຂະແໜງການໂຮງແຮມ ແລະ ຮ້ານອາຫານ ໄດ້ກຽມຄວາມພ້ອມເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງມາທ່ຽວແຂວງ ກໍຄືໃນເທສະການບຸນຊ້າງ ປະຈຳປີ 2020 ໂດຍໄດ້ປັບປຸງບັນດາໂຮງແຮມໃຫ້ມີຄວາມສະອາດ.

ປັດຈຸບັນທົ່ວເມືອງໄຊຍະບູລີ ມີໂຮງແຮມທັງໝົດ 4 ແຫ່ງ ລາຄາ 1–6 ແສນກີບ, ມີເຮືອນພັກ 51 ແຫ່ງ ໃນລາຄາ 70 ພັນ ຫາ 2 ແສນກີບ ແລະ ມີຮ້ານອາຫານໄວ້ຄອຍບໍລິການນັກທ່ອງທ່ຽວ ຈຳນວນ 20 ແຫ່ງ. ນອກນັ້ນ, ຍັງມີບັນດາຫໍພັກ ແລະ ຮ້ານອາຫານຍ່ອຍຕ່າງໆ ເພື່ອບໍລິການຜູ້ມາທ່ຽວບຸນຊ້າງອີກດ້ວຍ.

ທ່ານ ຄຳເພັດ ພົມມະລາດ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງ ໄຊຍະບູລີ ໃຫ້ສໍາພາດວ່າ: ສໍາລັບນັກທ່ອງທ່ຽວທີ່ຈະເດີນທາງມາສຳຜັດເທສະການບຸນຊ້າງ ປະຈໍາປີ 2020 ບໍ່ຕ້ອງກັງວົນເລື່ອງການເດີນທາງ ເພາະສາມາດເຂົ້າເຖິງໄດ້ 2 ທາງ ເຊັ່ນ: ເສັ້ນທາງກາສີ – ເມືອງນານ ແລ້ວລ້ຽວຊ້າຍເຂົ້າຫາເມືອງໄຊຍະບູລີ ຖືວ່າເປັນເສັ້ນທາງໃໝ່ທີ່ຫາກໍສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ໃນປີ 2019 ຜ່ານມາ; ສ່ວນອີກເສັ້ນທາງໜຶ່ງກໍແມ່ນເສັ້ນທາງຈາກເມືອງ ຊະນະຄາມ ແຂວງ ວຽງຈັນ ຫາ ເມືອງ ປາກລາຍ ແຂວງ ໄຊຍະບູລີ ນັບແຕ່ຂົວນໍ້າສັງ ຫາ ສົ້ນຂົວຂ້າມເມືອງປາກລາຍ ແມ່ນໄດ້ມີການປັບປຸງເປັນໄລຍະ ແລະ ມີທາງເວັ້ນໃຫ້ລົດສາມາດທຽວໄດ້ ລວມໄລຍະທາງ 60 ກິໂລແມັດ ເຊິ່ງເປັນຄວາມຮັບຜິດຊອບຂອງ ກະຊວງ ຍທຂ ແລະ ມີບັນດາບໍລິສັດຮັບເໝົາກໍ່ສ້າງຄອຍອໍານວຍຄວາມສະດວກຢູ່ແລ້ວ.

 

ຮຽບຮຽງຈາກ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...