spot_img
Homeປະເພນີ-ວັດທະນະທຳບຸນຊ່ວງເຮືອປີນີ້ຈະເອົາເງິນ ຫຼືເອົາປະເພນີວັດທະນະທຳ?

ບຸນຊ່ວງເຮືອປີນີ້ຈະເອົາເງິນ ຫຼືເອົາປະເພນີວັດທະນະທຳ?

Published on

ບຸນຊ່ວງເຮືອໃນມື້ບຸນອອກພັນສາຂອງທຸກໆ ປີນັ້ນ ເປັນກິລາປະເພນີຂອງລາວທີ່ຖືກສືບທອດມາແຕ່ບູຮານນະການ ໂອກາດຂອງບຸນດັ່ງກ່າວນີ້ເປັນການສ້າງສັນບັນຍາກາດໃຫ້ປະຊາຊົນໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ມົກມຸ້ນຢູ່ກັບການຜະລິດກະສິກຳໃນລະດູຝົນຕະຫຼອດຫຼາຍເດືອນທີ່ຜ່ານມາ. ນອກຈາກນັ້ນ, ບຸນຊ່ວງເຮືອຍັງເປັນໂອກາດໃຫ້ປະຊາຊົນໄດ້ເຕົ້າໂຮມກັນ ພົບໜ້າພໍ້ຕາກັນໃນງານບຸນ ແລະໃນອະດີດຍັງເປັນການສ້າງໃຫ້ມີສາຍສຳພັນລະຫວ່າງຜູ້ປົກຄອງກັບລາສະດອນ ໂດຍການເອົາເຮືອມາຊ່ວງແຂ່ງກັນລະຫວ່າງຜູ້ປົກຄອງກັບລາສະດອນ ນັ້ນແມ່ນເພື່ອຄວາມເຂົ້າອົກເຂົ້າໃຈ ແລະມີຄວາມສະໝານສາມັກຄີີກັນ ລະຫວ່າງລາສະດອນກັບກະສັດ, ປະຊາຊົນກັບລັດ ຫຼືປະຊາຊົນກັບປະຊາຊົນດ້ວຍກັນ.

ດັ່ງນັ້ນ, ບຸນຊ່ວງເຮືອຈຶ່ງເປັນທີ່ນິຍົມໄປທ່ອງທ່ຽວຂອງປະຊາຊົນ ເພື່ອຄວາມສຸກ ຄວາມລື່ນເລິງບັນເທີງໃຈຂອງຕົນເອງ ແລະຄອບຄົວ ແຕ່ເມື່ອຍຸກສະໄໝປ່ຽນໄປ ຈາກທີ່ເຄີຍໄປທ່ຽວແລ້ວໄດ້ຄວາມສຸກ ພັດກັບກາຍເປັນໄປທ່ຽວແລ້ວໄດ້ຄວາມທຸກໃຈກັບບ້ານ ເຊັ່ນ ໄປທ່ຽວແລ້ວພົບກັບຄ່າຝາກລົດທີ່ໂຄດແພງ, ຄ່າອາຫານການກິນທີ່ໂຫດເກີນຄວນ ລາຄາເຝີຖ້ວຍດຽວ 50,000 ກີບ ຫຼືຖ້າໂຊກຮ້າຍກວ່ານັ້ນ ຍັງຖືກໂຈນເອົາມີດແຫກກະເປົາເງິນ… ບັນຫາຕ່າງໆ ເຫຼົ່ານີ້ບໍ່ແມ່ນເວົ້າຊື່ໆເດີ ແຕ່ມັນເຄີຍເກີດມີຂຶ້ນແລ້ວໃນປີທີ່ຜ່ານມາ.

ຕາມການສອບຖາມຜູ້ປະກອບການ ຫຼືແມ່ຄ້າຊາວຂາຍທີ່ຈັບຈອງພື້ນທີ່ ໃນບໍລິເວນແຄມຂອງ (ທ່າວັດຈັນ) ເພື່ອຂາຍອາຫານໃນໄລຍະບຸນຊ່ວງເຮືອ. ເປັນຫຍັງຄ່າເຝີຄືແພງເຖິງຖ້ວຍລະ 50,000 ກີບ? ຄຳຕອບກໍຄື: ເພາະວ່າຄ່າເຊົ່າສະຖານທີ່ແພງຫຼາຍ ກໍເລີຍຈຳເປັນຕ້ອງໄດ້ຂາຍແພງ ເພື່ອເອົາທຶນຄືນໃຫ້ໄວທີ່ສຸດ ແລະຕ້ອງໃຫ້ໄດ້ກຳໄລນຳອີກ ຈຶ່ງສາມາດຂາຍໄດ້ ເພາະນອກເໜືອຈາກຄ່າເຊົ່າສະຖານທີ່ແພງແລ້ວ ຍັງມີຄ່າວັດຖຸດິບທີ່ຊື້ມາແຕ່ງ ແລະຄ່າຈ້າງພະນັກງານຕື່ມອີກ.

ອີງຕາມຂໍ້ມູນທີ່ໄດ້ມາ ສະແດງໃຫ້ເຫັນວ່າຄ່າເຊົ່າສະຖານທີ່ຈາກພາກສ່ວນຄະນະກຳມະການຈັດງານຕະຫຼາດນັດບຸນຊ່ວງເຮືອ ແມ່ນມີລາຄາລະດັບ 4 ລ້ານກວ່າກີບຂຶ້ນໄປ ໃນຂະນະທີ່ມື້ຂາຍແທ້ໆ ແມ່ນຢູ່ທີ່ 3-4 ມື້ເທົ່ານັ້ນ.

ບັນຫາຄ່າປີ້ຝາກລົດ ແລະຄ່າອາຫານແພງ ໃນງານຕະຫຼາດນັດບຸນຊ່ວງເຮືອແຄມຂອງທ່າວັດຈັນນີ້ ຖືກຕຳໜິຕິຕຽນແລະສົ່ງຂ່າວຈາກພໍ່ແມ່ປະຊາຊົນ ແລະສື່ມວນຊົນມາທຸກປີ ພາກສ່ວນທີ່ກ່ຽວຂ້ອງກໍຄົງໄດ້ບົດຮຽນມາແລ້ວ ແລະຄືຊິມີການຫາວິທີທາງແກ້ໄຂບັນຫາດັ່ງກ່າວຢູ່ແລ້ວ ແຕ່ກໍມີຄຳຖາມວ່າ ເປັນຫຍັງຄືຍັງມີບັນຫາຢູ່?

ໃນປາງບຸນຊ່ວງເຮືອທ່າວັດຈັນປີນີ້ ລະຫວ່າງການຫາເງິນ ກັບ ປະເພນີວັດທະນະທຳ ເຮົາຈະເລືອກອັນໃດ?

ບຸນຊ່ວງເຮືອ
ຮູບປະກອບ: ບິນຈ່າຍຄ່າເຊົ່າສະຖານທີ່ຂາຍເຄື່ອງບໍລິເວນງານຕະຫຼາດນັດບຸນຊ່ວງເຮືອປະຈຳປີ 2016 ທີ່ທ່າວັດຈັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...