spot_img
Homeຂ່າວພາຍ​ໃນບີນລີ ເກດແກ້ວພົມພອນ! ນັກກິລາເຊື້ອຊາດລາວຢູ່ຝຣັ່ງ ໄດ້ຮັບໜັງສືເດີນທາງລາວ ພ້ອມລຸຍສຶກ AFF SUZUKI CUP

ບີນລີ ເກດແກ້ວພົມພອນ! ນັກກິລາເຊື້ອຊາດລາວຢູ່ຝຣັ່ງ ໄດ້ຮັບໜັງສືເດີນທາງລາວ ພ້ອມລຸຍສຶກ AFF SUZUKI CUP

Published on

ໃນວັນທີ 25 ພະຈິກ 2021 ໂດຍຕ່າງໜ້າ ໃຫ້ ສະຫະພັນ ບານເຕະລາວ, ສະຖານ ເອກອັກຄະລັດຖະທູດລາວ ປະຈຳປະເທດ ຝຣັ່ງ, ທ່ານ ຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ ປະຈຳປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນທາງການລາວ (Passport) ພ້ອມດ້ວຍ ເສື້ອເລກ 21 ຂອງ ທີມຊາດລາວ ໃຫ້ແກ່ ທ່ານ ບີນລີ ເກດແກ້ວພົມພອນ ນັກເຕະບານອາຊີບ ສາຍສອງ ສັງກັດຢູ່ ສະໂມສອນ USL Dunkerque ທາງພາກເໜືອ ຂອງປະເທດຝຣັງ.

ບີນລີ ເກດແກ້ວ ໄດ້ຖືກຄັດເລືອກ ເຂົ້າໃນທີມຊາດລາວຄັ້ງທຳອິດ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020. ສຳລັບຄວາມພ້ອມຂອງທີມຊາດລາວ ຊຸດໃຫຍ່ ໄດ້ມີການເກັບໂຕຝຶກຊ້ອມມາແຕ່ຕົ້ນເດືອນກັນຍາ ຜ່ານມາ ທີ່ສະໜາມກິລາ ແຫ່ງຊາດ (ຫຼັກ16) ໂດຍໄດ້ຄັດເລືອກນັກກິລາ 30 ຄົນສຸດທ້າຍເຂົ້າຮ່ວມການແຂ່ງຂັນ , ເຊິ່ງລວມມີ ລາຍຊື່ນັກກິລາ ກອງຫນ້າ ປະສົບການສູງ ເຊັ່ນ ບິນລີ ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ ທີ່ຫຼິ້ນໃນລີກ 2 ປະເທດຝຣັ່ງ ຮ່ວມທີມ ປະສົມປະສານກັບນັກເຕະທີ່ມີປະສົບປະການສູງຫຼາຍຄົນນຳໂດຍ ສຸກອາພອນ ວົງຈຽງຄຳ, ມິດສະດາ ສາຍໃຕ້ຟ້າ ແລະ ພຸດທະໄຊ ໂຄຈະເລີນ ທີ່ຫຼິ້ນໃນລີກ ຂອງປະເທດໄທ, ມະໂນລົມ ເພັດພັກດີ, ພາຍໃຕ້ການຄຸມທີມຂອງ ທ່ານ ຊີວວາຣັດ ເວນກາດາລຳ ຫົວຫນ້າຄູຝຶກທີມຊາດລາວ ຊາວສິງກະໂປ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ແລະ ທ່ານ ນາງ ພອນທິບ ແສງມະນີ ເປັນຜູ້ຊ່ວຍຄູຝຶກ.

ທ່ານ ບີນລີ ເກດແກ້ວພົມພອນ ແມ່ນເຊື້ອສາຍລາວ ທີ່ດຳລົງຊີວິດຢູ່ປະເທດຝຣັ່ງ, ເລີ່ມຕົ້ນເປັນນັກກີລາ ອາຊີບ ຢູ່ ສະໂມສອນ Paris Racing Club ກ່ອນຖືກສົງໄປຮຽນຢູ່ ໂຮງຮຽນ Clairefontaine ເຊິ່ງເປັນໂຮງຮຽນນັກກີລາບານເຕະດີເດັ່ນລະດັບຊາດ ຂອງ ປະເທດ ຝຣັ່ງ ໃນປີ 2006. ພາຍຫຼັງໜື່ງປີ ໄດ້ຍ້າຍໄປ ສະໂມສອນ RC Strasbourg. ໃນປີ 2011 ໄດ້ເຊັນສັນຍາ ກັບ ສະໂມສອນ FC Sion ແຫ່ງປະເທດ ສະວິດສ ແລະ ຕໍ່ມາກໍ່ເຂົ້າສັງກັດສະໂມສອນ ຂອງເມືອງ Tour (ປະເທດ ຝຣັ່ງ). ຮອດປີ 2015 ມາເຕະໃຫ້ ສະໂມສອນ Anger SCO, AJ Auxerre ແລະ SO Cholet ກ່ອນຈະມາເຕະໃຫ້ສະໂມສອນ USL Denkerque.

ຂໍ້ມູນຈາກ: ວິທະຍຸຊາວໜຸ່ມລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...