spot_img
Home​ຂ່າວບັນເທິງບາບີ້ ຄວ້າມຸງກຸດ Miss International Laos 2018 ໄປຄອງ

ບາບີ້ ຄວ້າມຸງກຸດ Miss International Laos 2018 ໄປຄອງ

Published on

ປີຍະມາດ ພູນປະເສີດ (ບາບີ້) ຄວ້າມຸງກຸດ Miss International Laos 2018 ໄປຄອງ ພ້ອມເປັນຕົວແທນຈາກປະເທດລາວໄປປະກວດທີ່ປະເທດຍີ່ປຸ່ນໃນວັນທີ 9 ພະຈິກ 2018 ທີ່ຈະມາເຖິງນີ້.

ການປະກວດນາງງາມເວທີ Miss International Laos 2018 ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 14 ຕຸລາ 2018 ທີ່ຜ່ານມາທີ່ ໂຮງແຮມ ຄຣາວ ພຣາຊາ, ເວທີຄົ້ນຫາສາວງາມຕົວແທນຂອງ ສປປ ລາວ ເພື່ອເຂົ້າຮ່ວມປະກວດນາງງາມໃນເວທີລະດັບສາກົນດັ່ງເວທີ Miss International 2018 ທີ່ປະເທດ ຍີ່ປຸ່ນ ແລະ ມຸງກຸດໄດ້ຕົກເປັນຂອງ ນາງ ປີຍະມາດ ພູນປະເສີດ (ບາບີ້), ສຳລັບຮອງອັນດັບ 1 ໄດ້ແກ່ໝາຍເລກ 9 ນາງ ຢາດຟ້າ ພົມມະວົງໄຊ ແລະ ຮອງອັນດັບ 2 ໄດ້ແກ່ໝາຍເລກ 20 ນາງ ຄຸນນະສິນ ພິມພາ.

ປີຍະມາດ ພູນປະເສີດ (ບາບີ້) ອາຍຸ 24 ປີ ຈົບການສຶກສາມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາ ບໍລິຫານທຸລະກິດທົ່ວໄປ. 

ສຳລັບລາງວັນຂອງຜູ້ທີ່ໄດ້ເປັນນາງສາວ Miss International Laos 2018 ແມ່ນຈະໄດ້ຮັບ ມຸງກຸດເພັດ ປະດັບດ້ວຍໄຂ່ມຸກສີດໍາ (Black Pearl) ມູນຄ່າ 50 ລ້ານກີບ, ເງິນສົດ 50 ລ້ານກີບ, Gift voucher ມູນຄ່າ 37.500.000 ກີບ, ທຶນຮຽນພາສາເກົາຫຼີ ແລະ ຍີ່ປຸ່ນ ມູນຄ່າ 11.750.000 ກີບ, ກິຟເຊັດຊຸດໃຫຍ່ຈາກເຄື່ອງສຳອາງ MTI, ໂທລະສັບຈາກ VIVO 1 ເຄື່ອງ, ປະກັນໄພສຸຂະພາບ 1 ປີ ທີ່ມີວົງເງິນຄຸ້ມຄອງສູງສຸດ 133.400.000ກີບ.

ຮອງອັນດັບ1:

ຮອງອັນດັບ 2:

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: Miss International Laos 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...