ຫຼັງຈາກທີ່ ສະຫະພາບ ມຽນມາ ໄດ້ປ່ຽນແປງລະບົບການປົກຄອງເມື່ອບໍ່ເທົ່າໃດປີທີ່ຜ່ານມາ, ໂດຍການເປີດປະຕູສູ່ໂລກພາຍນອກເປັນຄັ້ງທຳອິດໃນຮອບຫຼາຍທົດສະວັດ, ມື້ນີ້ ມຽນມາ ຍຸກໃໝ່ໄດ້ມີການພັດທະນາຢ່າງວ່ອງໄວແບບກ້າວກະໂດດຂັ້ນບໍ່ວ່າຈະເປັນດ້ານການສຶກສາ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການ ທ່ອງທ່ຽວ.
ເມື່ອເວົ້າເຖິງວຽກງານກິລາ ມຽນມາ ກໍ່ມີການພັດທະນາເຊັ່ນດຽວກັນ, ສັງເກດຈາກການເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ມຽນມາ ສາມາດສ້າງຜົນງານໄດ້ເປັນຢ່າງດີໂດຍສະເພາະກິລາບານເຕະ, ຫຼັງຈາກເກັບກ່ຽວປະສົບການໃນຊີເກມຄັ້ງ ທີ 27 ເມື່ອປີ 2013 ທີ່ບ້ານເກີດ, ເຖິງແມ່ນວ່າ ບານເຕະ ມຽນມາ ບໍ່ສາມາດຜ່ານເຂົ້າ ຮອບ 4 ທີມສຸດທ້າຍກໍ່ຕາມ ແຕ່ພວກເຂົາກໍ່ສ້າງຜົນງານໄດ້ຢ່າງໂດດເດັ່ນ ມີ 7 ຄະແນນເທົ່າກັບອິນໂດເນເຊຍ ແຕ່ລູກໄດ້ເສຍເປັນຮອງຕົກຮອບໄປຢ່າງໜ້າເສຍດາຍ.
ປີຕໍ່ມາໃນການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊ້ມອາຊີ 2014 ມຽນມາ ກໍ່ສ້າງປະຫວັດສາດຜ່ານເຂົ້າຮອບ 4 ທີມເປັນຄັ້ງທຳອິດໃນຮອບ 45 ປີ ກ່ອນຈະເສຍໃຫ້ ກາຕາ ໄປຫວຸດຫວິດ 2-3 ແຕ່ກໍ່ໄດ້ສິດເປັນຕົວແທນ 1 ໃນ 4 ຊາດຈາກທະວີບອາຊີ ຜ່ານເຂົ້າໄປຫຼິ້ນເຕະບານ ຮຸ່ນ ອາຍຸບໍ່ເກີນ 20 ປີ ຫຼື ຢູ-20 ຊີງແຊ້ມໂລກ 2015 ທີ່ປະເທດ ນິວຊີແລນ, ໂດຍມຽນມາ ຖືກຈັດຢູ່ໃນກຸ່ມ A ຮ່ວມກັບ ນິວຊີແລນ ເຈົ້າພາບ, ຢູເຄຣນ ແລະ ສະຫະລັດອາເມຣິກາ, ເຊິ່ງນັດທຳອິດຖືກ ສະຫະລັດອາເມຣິກາ ແຊງເອົາຊະນະ 2-1 ກ່ອນຈະເສຍໃຫ້ ຢູເຄຣນ 0-6 ແລະ ເສຍໃຫ້ ນິວຊີແລນ 1-5 ຕົກຮອບໄປຕາມລະບຽບການ.
ເຖິງຢ່າງໃດກໍ່ຕາມ ມຽນມາ ບໍ່ໄດ້ຄາດຫວັງຫຼາຍກັບການແຂ່ງຂັນລາຍການນີ້ເຊິ່ງປະທານສະຫະພັນບານເຕະແຫ່ງຊາດ ມຽນມາ ເປີດເຜີຍວ່າ ໃນປີ 2015 ມຽນມາ ລົງທຳການແຂ່ງຂັນລາຍການໃຫຍ່ ເຖິງ 3 ລາຍການ ບໍ່ວ່າຈະເປັນບານເຕະໂລກ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບສຸດທ້າຍ, ການແຂ່ງຂັນບານເຕະໂລກ 2018 ຮອບຄັດ ເລືອກ ໂຊນເອເຊຍ, ລວມເຖິງການແຂ່ງຂັນຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ໂດຍທັງ 3 ລາຍການ ມຽນມາ ຕ້ອງເລືອກ 1 ໃນ 3 ນັ້ນກໍ່ຄື: ບານເຕະ ຊີເກມ.
ເຮົາຈະເຫັນໄດ້ວ່ານັກເຕະ ມຽນມາ ແຕ່ລະຄົນທຸ້ມເທຢ່າງເຕັມທີ່ກັບການລົງສະໜາມແຕ່ລະນັດເຊິ່ງບານເຕະ ຊີເກມ 2015 ນັດທຳອິດ ກຸ່ມ A ມຽນມາ ປະເດີມສະໜາມໄດ້ເກີນຄາດໂດຍການໄລ່ຕ້ອນເອົາຊະນະ ອິນໂດເນເຊຍ 4-2, ໃນເກມນັດທີ 2 ທີ່ພົບກັບ ສິງກະໂປ ເຈົ້າພາບ ມຽນມາ ຖືວ່າ ເປັນຮອງຫຼາຍດ້ານ ແລະ ໃຜຈະຄິດວ່າພວກເຂົາຈະເອົາຊະນະແຮງກົດດັນຂອງແຟນບານເຈົ້າຖິ່ນຈົນຫຼິ້ນດີເກີນຄາດກ່ອນເອົາຊະນະ ສິງກະໂປ ໄປໄດ້ຫວຸດຫວິດ 2-1, ສ່ວນນັດທີ 3 ມຽນມາ ລະເບີດຟອມເກັ່ງດ້ວຍການສົ່ງ ຟີລິບປິນ ກັບບ້ານໄປຢ່າງເຈັບແສບເຖິງ 5-1 ຜ່ານເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທຳອິດໃນຮອບ 10 ກວ່າປີ ແລະ ເກມ ສຸດທ້າຍ ທີ່ພົບກັບ ກຳປູເຈຍ ພວກເຂົາກໍ່ຫືດຂຶ້ນຄໍ ດ້ວຍການໄລ່ຕີສະເໝີ ກຳປູເຈຍ ໄປແບບສຸດມັນ 3-3 ໃນທ້າຍເກມ ຫຼັງເປັນຮອງ ກຳປູເຈຍ ຢູ່ເຖິງ 2 ປະຕູ ເຊິ່ງຮອບ 4 ທີມສຸດທ້າຍ ມຽນມາ ຈະພົບກັບ ຫວຽດນາມ ທີມອັນດັບ 2 ຂອງກຸ່ມ B ທີ່ກຳລັງມາແຮງເຊັ່ນດຽວກັນ.
ເຖິງແມ່ນວ່າການຕົກຮອບທຳອິດຂອງນັກເຕະມຽນມາ ຮຸ່ນ ຢູ-20 ເຖິງຈະລົ້ມເຫຼວໃນລະດັບໂລກແຕ່ມັນເປັນການສົ່ງສັນຍານບອກວ່າບານເຕະ ມຽນມາ ບໍ່ແມ່ນໄກ່ທີ່ກ້າຢູ່ໃນຄອກອີກຕໍ່ໄປແລ້ວໃນອີກ 2 ປີຕໍ່ໜ້າ ຊີເກມຄັ້ງທີ 29 ທີ່ມາເລເຊຍ ນັກເຕະຊຸດຮຸ່ນ ຢູ-20 ຊີງແຊ້ມໂລກຊຸດນີ້ທີ່ຈະກ້າວຂຶ້ນໄປຫຼິ້ນໃນຊີເກມ, ເມື່ອເຖິງຕອນນັ້ນ ມຽນມາ ຈະເປັນ ໄກ່ໂຕໜຶ່ງທີ່ອັນຕະລາຍທີ່ສຸດໃນສັງວຽນຂອງທີມຊັ້ນນຳໃນອາຊຽນບໍ່ວ່າຈະເປັນ ໄທ, ຫວຽດນາມ, ມາເລເຊຍ ລວມ ເຖິງສິງກະໂປ.
ທ່ານຮູ້ຫຼືບໍ່ວ່າໃນອະດີດ ມຽນມາ ເຄີຍເປັນແຊ້ມ ແລະ ຮອງແຊ້ມອາຊີ ມາແລ້ວ ແລະ ໃນຕອນນີ້ພວກເຂົາກໍ່ຈະກັບສູ່ຄວາມຍິ່ງໃຫຍ່ອີກຄັ້ງ, ແນ່ນອນວ່າຖ້າປະເທດຊາດມີການພັດທະນາວຽກງານກິລາກໍ່ມີການພັດທະນາເຊັ່ນດຽວກັນ, ເຊີ່ງໃນປະຈຸບັນ ມຽນມາ ມີການສ້າງທີມຢ່າງເປັນລະບົບ ແລະ ຕໍ່ເນື່ອງດ້ວຍການມີອະຄາເດມີ (ປັ້ນເດັກນ້ອຍເຍົາວະຊົນ) ໃຫ້ກາຍເປັນນັກເຕະທີ່ເກັ່ງປ້ອນໃຫ້ທີມຊາດເຊິ່ງນັກເຕະທຸກຄົນທີ່ຕິດຊຸດບານໂລກ ຢູ-20 ກໍ່ລ້ວນແລ້ວແຕ່ຜ່ານອະຄາເດມີມາໝົດທຸກຄົນ ຄວາມສາມາດ, ເທັກນິກ, ຫົວໃຈຂອງ ນັກເຕະມຽນມາຕັ້ງແຕ່ດຶກດຳບັນເຖິງປະຈຸບັນ ໍຖືວ່າເປັນດີເອັນເອ (ສາຍເລືອດ) ຂອງນັກເຕະມຽນມາທີ່ສູ້ແບບບບໍ່ເຄີຍຢ້ານໃຜຜ່ານມາພວກເຂົາພຽງຂາດຄວາມຕໍ່ເນື່ອງໃນການສ້າງນັກເຕະເທົ່ານັ້ນ.
ຂ່າວຈາກ: ໜສພ ສຶກສາ-ກິລາ