spot_img
Homeຂ່າວພາຍ​ໃນບັນຫາເມຍນ້ອຍເກີດຈາກໃສ? ສິ່ງທີ່ເມຍໃຫຍ່ຄວນເຮັດເມື່ອຮູ້ວ່າຜົວມີຊູ້

ບັນຫາເມຍນ້ອຍເກີດຈາກໃສ? ສິ່ງທີ່ເມຍໃຫຍ່ຄວນເຮັດເມື່ອຮູ້ວ່າຜົວມີຊູ້

Published on

ບັນຫາເມຍໃຫຍ່-ເມຍນ້ອຍເກີດຂຶ້ນຫຼາຍໃນສັງຄົມບ້ານເຮົາ ແລະກໍເປັນປະເດັນທີ່ມັກພົບເຫັນເປັນປະຈຳ ບາງລາຍກໍຮ້າຍແຮງເຖິງຂັ້ນທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດ ຫຼື ເສຍຊີວິດ ຂະນະທີ່ບາງລາຍກໍມີການໂພສປະຈານລົງໃສ່ສື່ອອນລາຍ, ສ້າງຄວາມອັບອາຍຂາຍໜ້າໃຫ້ກັບຜູ້ທີ່ມີນາມວ່າ “ເມຍນ້ອຍ”.

ປັດໄຈທີ່ແມ່ຍິງບາງຄົນຍອມເປັນເມຍນ້ອຍແມ່ນມີຫຼາຍເຫດຜົນ ແຕ່ສ່ວນໃຫຍ່ແມ່ນມາຈາກການຂາດຄວາມຄິດລະອາຍໃຈຕໍ່ບາບ, ຂາດຄວາມນຶກຄິດພິຈາລະນາຮອບຄອບ ຫຼື ພຽງເພື່ອຕ້ອງການຄວາມສະບາຍໂດຍບໍ່ຈຳເປັນຕ້ອງເຮັດວຽກໜັກ ຍິ່ງຍຸກສັງຄົມສະໄໝໃໝ່, ຄວາມທັນສະໄໝຕ່າງໆກໍມີຂຶ້ນ ເຮັດໃຫ້ຜູ້ຄົນເຂົ້າເຖິງສັງຄົມໂຊຊຽວໄດ້ງ່າຍ ລວມທັງມີສິ່ງລໍ້ຕາລໍ້ໃຈ ພາໃຫ່ເກີດຢາກໄດ້ຢາກມີຄືຄົນອື່ນ ເຊັ່ນ ເງິນ, ລົດ, ຫຼື ໂທລະສັບໃໝ່ເປັນຕົ້ນ ແຕ່ພໍເມື່ອຖືກຈັບໄດ້ໄລ່ທັນກໍຈະອ້າງເຫດຜົນຕ່າງໆນາໆບໍ່ວ່າຈະເປັນຍ້ອນເຄີຍເປັນຄົນຮັກກັນໃນອະດີດ, ຖືກຝ່າຍຊາຍຕົວະວ່າຍັງໂສດ ແຕ່ພໍຮູ້ຄວາມຈິງຊໍ້າພັດປ່ອຍໂດຍບໍ່ຄິດຈະເລີກລາ, ແລະບັນຫາທີ່ມັກພົບກໍຄື ຝ່າຍຊາຍມີບັນຫາຄອບຄົວມາກ່ອນ.

ແມ່ຍິງທຸກຄົນກ່ອນຈະຕັດສິນໃຈແຕ່ງດອງສ້າງຄອບຄົວກັບໃຜຄົນໜຶ່ງ ຕ້ອງຮັກ ແລະ ເຫັນຄຸນຄ່າຕົນເອງສາກ່ອນ, ຢ່າຄິດວ່າສາມີຄືໂລກທັງໝົດຂອງຕົນ, ຕ້ອງເພິ່ງພາຕົນເອງໃຫ້ໄດ້ ບໍ່ວ່າຈະເປັນລາຍໄດ້ ແລະ ຊີວິດການເປັນຢູ່ ສິ່ງສຳຄັນຕ້ອງມີສະຕິ ເຖິງຈະຈັບໄດ້ວ່າຜູ້ເປັນຜົວມີຊູ້ກໍຕາມ, ຢ່າປ່ອຍໃຫ້ຄວາມໂກດແຄ້ນເປັນຕົວທຳຮ້າຍຕົນເອງ, ທຳຮ້າຍລູກ ເຊັ່ນ ຢ່າກໍ່ເຫດທຳຮ້າຍຮ່າງກາຍຄູ່ກໍລະນີ ຫຼື ໂພສປະຈານຄູ່ກໍລະນີເຖິງແມ່ນພວກເຂົາຈະມີຄວາມຜິດກໍຕາມ ຕ້ອງໄດ້ສຶກສາກົດໝາຍໃຫ້ລະອຽດເພື່ອແກ້ໄຂບັນຫາໃຫ້ຖືກຕ້ອງຕາມຂັ້ນຕອນ ໂດຍຈະບໍ່ສົ່ງຜົນກະທົບຕໍ່ຕົນເອງ ແລະ ລູກ.

ຕາມຂໍ້ມູນຈາກ ບໍລິສັດ ພົມສຸພາແອນຊັນ ຈຳກັດ ໄດ້ລະບຸວ່າ: ອີງຕາມກົດໝາຍມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ໄດ້ກຳນົດໄວ້ວ່າ ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ. ພ້ອມກັນນັ້ນ ມາດຕາດັ່ງກ່າວ ຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍ່ຈະຖືກລົງໂທດສະຖານດຽວກັນນຳ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...