spot_img
Homeຂ່າວພາຍ​ໃນບັນຫາລາຄາກະແສໄຟຟ້າ ເດືອດຮ້ອນຮອດນາຍົກ ຈົນຕ້ອງອອກຄຳສັ່ງໃຫ້ກວດກາຄືນ ພ້ອມລົງວິໄນຕໍ່ຜູ້ກະທຳຜິດ

ບັນຫາລາຄາກະແສໄຟຟ້າ ເດືອດຮ້ອນຮອດນາຍົກ ຈົນຕ້ອງອອກຄຳສັ່ງໃຫ້ກວດກາຄືນ ພ້ອມລົງວິໄນຕໍ່ຜູ້ກະທຳຜິດ

Published on

ນັບວ່າເປັນຄັ້ງທຳອິດທີ່ກະແສຟອງຂອງຜູ້ໃຊ້ສື່ສັງຄົມອອນໄລນ໌ ໄດ້ຊັດກະໜ່ຳຢ່າງແຮງເຂົ້າສູ່ລັດວິສາຫະກິດໄຟຟ້າລາວ ລາມໄປເຖິງກະຊວງພະລັງງານແລະບໍ່ແຮ່ ຕ້ອງພັດປ່ຽນກັນອອກມາຊີ້ແຈງເຖິງບັນຫາ ຄ່າຊົມໃຊ້ໄຟຟ້າແລະການບໍລິການທີ່ຜິດພາດ ພາຍຫຼັງທີ່ມີຫາງສຽງຈາກທົ່ວສັງຄົມ ວ່າຄ່າຊົມໃຊ້ໄຟຟ້າແພງຜິດປົກກະຕິ ແລະມີການຄິດໄລ່ລາຄາຄ່າຊົມໃຊ້ຜິດພາດ ຈຳນວນຫຼາຍກໍລະນີ. ແຕ່ເຖິງຈະມີການຖະແຫຼງຂ່າວ ຊີ້ແຈງຈັ່ງໃດ ເບິ່ງຄືວ່າບັນຫາດັ່ງກ່າວນັ້ນ ຍັງບໍ່ເປັນທີ່ຈະແຈ້ງ ຊັດເຈນ ແລະສີ້ນສຸດຈັກເທືື່ອ…

ຈົນມາຮອດວັນທີ 1 ມິຖຸນາ 2016 ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ປອ. ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເຖິງ ທ່ານລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ແລະຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ເພື່ອເພິ່ມທະວີການກວດກາລາຄາ ແລະການຊົມໃຊ້ໄຟຟ້າ ໃຫ້ຖືກຕ້ອງສອດຄ່ອງກັບຕົວຈິງ, ໃຫ້ຄວາມຍຸຕິທຳແກ່ທຸກຝ່າຍ, ສະກັດກັ້ນປາກົດການຫຍໍ້ທໍ້ ແລະຄວາມຜິດພາດ ບໍ່ໃຫ້ເກີດຂຶ້ນໃນສັງຄົມ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງພະນັກງານ ໃນການປະຕິບັດໜ້າທີ່ ຢູ່ຂົງເຂດການບໍລິການໃຫ້ສູງຂຶ້ນ;

ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ອອກຄຳສັ່ງດັ່ງນີ້:
1. ໃຫ້ກະຊວງພະລັງງານແລະບໍ່ແຮ່ ອະທິບາຍແລະຢັ້ງຢືນຄືນ ນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ ກ່ຽວກັບການພັດທະນາແລະນຳໃຊ້ພະລັງງານ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະທີ່ຜ່ານມາແລະປັດຈຸບັນ ເພື່ອໃຫ້ສັງຄົມໄດ້ຮັບຮູ້ແລະເຂົ້າໃຈຢ່າງຖືກຕ້ອງ.|
2. ໃຫ້ກະຊວງພະລັງງານແແລະບໍ່ແຮ່ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງກວດກາຄືນ ມາຕະຖານເຕັກນິກແລະຊອກຫາສາເຫດຕົວຈິງ ທີ່ພາໃຫ້ເກີດມີຄວາມຜິດພາດໃນການອອກບິນໄຟຟ້າ ແລະຄົ້ນຄວ້າແກ້ບັນຫາດັ່ງກ່າວໃຫ້ໄວ. ບິນໄຟຟ້າໃດທີ່ບໍ່ຖືກຕ້ອງໃຫ້ແກ້ໄຂແລະສົ່ງເງິນຄືນ ຫຼືຮັກສາໄວ້ຊຳລະຄ່າກະແສໄຟຟ້າໃຫ້ຜູ້ຊົມໃຊ້ໃນເດືອນຕໍ່ໄປ.
3. ໃຫ້ກະຊວງພະລັງງານແລະບໍ່ແຮ່ ຊີ້ນຳບໍລິສັດໄຟຟ້າລາວ ກວດກາຄືນການປະຕິບັດໜ້າທີ່ຂອງພະນັກງານທີ່ກ່ຽວຂ້ອງ, ສຶກສາອົບຮົມ ແລະປະຕິບັດວິໄນຕໍ່ຜູ້ກະທຳຜິດ ຕາມລະບຽບກົດໝາຍ, ປັບປຸງແລະຊັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບ ເພື່ອສະກັດກັ້ນບໍ່ໃຫ້ປາກົດການຫຍໍ້ທໍ້ເກີດຂຶ້ນອີກ.
4. ໃຫ້ບໍລິສັດໄຟຟ້າລາວ ຕັ້ງສູນຮັບຂໍ້ຂັດຂ້ອງແລະຂໍ້ຂ້ອງໃຈ ຂອງຜູ້ຊົມໃຊ້ໄຟຟ້າ ແລະລົງກວດກາແຕ່ລະກໍລະນີໃຫ້ລະອຽດ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ຄວາມເປັນທຳແກ່ຜູ້ຊົມໃຊ້ຢ່າງແທ້ຈິງ.
5. ໃຫ້ກະຊວງພະລັງງານແລະບໍ່ແຮ່ ຄົ້ນຄວ້າປັບປຸງ ລາຄາຊົມໃຊ້ໄຟຟ້າຄືນໃໝ່ ເພື່ອໃຫ້ສອດຄ່ອງກັບພື້ນຖານເສດຖະກິດ ແລະການພັດທະນາຕົວຈິງຂອງປະເທດ ສະເໜີຕໍ່ລັດຖະບານເພື່ອພິຈາລະນາ.

13265888_1047820168642933_3337395592047897300_n
ຮູບປະກອບ ຕົວຢ່າງການຄິດໄລ່ຈຳນວນເງິນໃນໃບບິນຜິດພາດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...