spot_img
Homeຂ່າວການພັດທະນາບັນຫາລະເບີດຕົກຄ້າງ ຍັງເປັນໄພຂົ່ມຂູ່ ຕໍ່ການພັດທະນາຂອງລາວ

ບັນຫາລະເບີດຕົກຄ້າງ ຍັງເປັນໄພຂົ່ມຂູ່ ຕໍ່ການພັດທະນາຂອງລາວ

Published on

ຂປລ. ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ ​ເຊິ່ງໃນ​ຫລາຍ​ປີຜ່ານມາ​ ມີ​ຜູ້​ໄດ້​ຮັບເຄາະ​ຮ້າຍບາດ​ເຈັບ ​ແລະ ​ເສຍ​ຊີ​ວິດ​ ຈາກ​ລະ​ເບີດ​ບໍ່​ທັນແຕກ​ເປັນ​ຈໍານວນ​ຫລາຍ, ​ສະ​ເພາະ​ປີ 2017 ​ນີ້​ ໄດ້ມີ​ຜູ້​ຮັບເຄາະຮ້າຍຈາກ​ລະ​ເບີດບໍ່ທັນ​ແຕກ​ແລ້ວ 20 ກວ່າ​ຄົນ. ສໍາລັບ​ປີ​ຜ່ານ​ມາ​ມີ​ຜູ້​ບາດ​ເຈັບ ຫລື ​ເສຍ​ຊີວິດ​ແລ້ວ​ເກືອບ 60 ​ຄົນ. ນັກວິຊາການ​ໄດ້​ຄາດ​ວ່າ 30% ຂອງ​ລະ​ເບີດ​ລູກ​ຫວ່ານ ທັງ​ໝົດ 270 ລ້ານ​ໜ່ວຍ​ທີ່​ຖືກຖິ້ມລົງ​ໃນ​​ດິນ​ແດນ​ລາວ ໄລຍະ​ສົງຄາມ​ອິນດູ​ຈີນ ​ແມ່ນ​ຍັງ​ບໍ່​ທັນ​ແຕກ​ປະມານ 80 ລ້ານ​ໜ່ວຍ ​ແລະ ໄດ້​ຢັ້ງຢາຍ​ຢູ່​ຕາມ​ພື້ນ​ທີ່​ຕ່າງໆ​ຂອງປະ​ເທດ ​ເຊິ່ງຍັງ​ເປັນ​ໄພ​ຂົ່ມຂູ່ ​ແລະ ກີດຂວາງ​ຕໍ່ການ​ພັດທະນາ ​ໃນ ສປປ ລາວ.

​ໃນ​ຂະນະ​ທີ່ ສປປ ລາວ ກໍເປັນ​​ອີກປະ​ເທດໜຶ່ງ ທີ່​ໄດ້​ລົງ​ນາມ​ໃນ​ສົນ​ທິສັນຍາ​ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ​ ເຊິ່ງ​ເປັນ​ສົນ​ທິສັນຍາ​ສາກົນ​ທີ່ຫ້າມ​ການ​ຜະລິດ, ການ​ນໍາ​​ໃຊ້, ການ​ຂົນ​ສົ່ງ ​ແລະ ການ​ສະ​ສົມ​ອາວຸດ​ລະ​ເບີດ. ຕະຫລອດ​ໄລຍະ 20 ປີຜ່ານມາ​ ໂຄງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ ໄດ້​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ ອອກ​ຈາກ​ເນື້ອ​ທີ່​ໄດ້​ຫລາຍ​ກວ່າ 61.000 ​​ເຮັກຕາ ​ແລະ ທໍາລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ ຊະນິດ​ຕ່າງໆ​ໄດ້ 1,8 ລ້ານ​ໜ່ວຍ.

ໃນ​ໂອກາດ​ລະນຶກຄົບຮອບ 7 ປີ ຂອງ​ວັນມີ​ຜົນ​ບັງ​ຄັບ​ໃຊ້ ​ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ ​ເຊິ່ງຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ ທີ່​ນະຄອນຫລວງ​ວຽງຈັນ, ທ່ານ ຄໍາ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ກ່າວ​ວ່າ: ສປປ ລາວ ​ໄດ້​ສະໜັບ​ສະ​ໜູນ​ຢ່າງ​ເຕັມ​ສ່ວນ ​ໃນ​ການຈັດ​ຕັ້ງ​ປະຕິບັດສົນທິສັນຍາ​ ໂດຍ​ສະ​ເພາະ​ແມ່ນການ​ສໍາ​ຫລວດ​ຊອກ​ຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກ​ຄ້າງ ​ໂດຍ​ອີງ​ໃສ່​ຫລັກ​ຖານ​ຈາກ​ກາ​ນສໍາ​ຫລວດ ຢັ້ງຢືນ​ພື້ນ​ທີ່​ນັ້ນ​ບໍ່​ມີ​ລະ​ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ແລ້ວ ​ຈຶ່ງອານຸຍາດ​ໃຫ້​ປະຊາຊົນ​ ໄດ້​ນໍາ​ໃຊ້​ດິນ​ຂອງ​ເຂົ້າ​ເຈົ້າ​​ຢ່າງ​ມີ​ຄຸນ​ນະພາ​ບ​ ​ແລະ ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ຜ່ານ​ມາ​ລັດຖະບານ​ລາວ ​ແລະ ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ ​ໄດ້​ມີ​ການ​ລົງ​ນາມໃສ່​ແຜນ​ປະຕິບັດ​ງານ​ໃໝ່​ ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ ​ເພື່ອ​ເປັນ​ພື້ນຖານ​ສໍາຄັນ​ ໃຫ້ ສປປ ລາວ ໃນ​ການ​ກ້າວ​ສູ່​ການບັນລຸ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2030.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...