spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມບັນຫາທີ່ເຮັດໃຫ້ຢາຄຸມ "ຄຸມກຳເນີດບໍ່ຢູ່" ສິ່ງດີໆທີ່ຄວນຮູ້

ບັນຫາທີ່ເຮັດໃຫ້ຢາຄຸມ “ຄຸມກຳເນີດບໍ່ຢູ່” ສິ່ງດີໆທີ່ຄວນຮູ້

Published on

ຢາຄຸມກຳເນີດຊະນິດເມັດ ປັດຈຸບັນມີຂາຍສອງຮູບແບບຄື: ຊະນິດ 21 ເມັດ ແລະ 28 ເມັດ ທັງສອງແບບມີປະສິດທິພາບຄືກັນ

ຢາຄຸມຊະນິດ 28 ເມັດນັ້ນ ເມັດຢາທີ່ເພີ່ມຂຶ້ນເປັນພຽງວິຕາມິນທີ່ຊ່ວຍໃຫ້ກິນຢາຕໍ່ເນື່ອງ ຈະໄດ້ບໍ່ເກີດການລືມ

ການກິນຢາຄຸມແຜງທຳອິດ ບໍ່ວ່າຈະເປັນ 21 ເມັດ ຫຼື 28 ເມັດ ໃຫ້ເລີ່ມກິນເມັດທຳອິດ ພາຍໃນວັນທຳອິດຂອງການມີປະຈຳເດືອນ ແລ້ວຫຼັງຈາກນັ້ນກິນຕິດຕໍ່ກັນທຸກໆມື້ ມື້ລະ 1 ເມັດ ຈົນໝົດແຜງ 

ສຳຫຼັບແຜງຕໍ່ໄປ ຖ້າເປັນຢາຄຸມ 21 ເມັດ ໃຫ້ເວັ້ນໄປ 7 ວັນ ແລ້ວຈິ່ງເລີ່ມກິນແຜງໃໝ່ ສ່ວນຢາຄຸມ 28 ເມັດ ໃຫ້ກິນແຜງໃໝ່ຕິດຕໍ່ກັນໄປເລີຍໂດຍບໍ່ຕ້ອງເວັ້ນໄປ 7 ວັນ ຄືຢາຄຸມແຜງ 21 ເມັດ

ຖ້າລືມກິນຢາຄຸມ… ຈະເຮັດແນວໃດ
ຫາກ…ລືມກິນ 1 ມື້ ໃຫ້ກິນ 2 ເມັດໃນວັນຕໍ່ໄປ
ຫຼື…ລືມກິນ 2 ມື້ ໃຫ້ກິນ 2 ເມັດໃນມື້ນັ້ນ (ມື້ທີ່ຄິດອອກ) ແລະ ອີກ 2 ເມັດໃນວັນຕໍ່ໄປ
ຫາກ…ລືມກິນເກີນ 2 ມື້ ຄວນຢຸດກິນຢາຄຸມ ແຜງນັ້ນໄປເລີຍ ແລະ ໃຫ້ເລືອກວິທີຄຸມກຳເນີດອື່ນໆ ແທນ           ເຊັ່ນ: ການໃສ່ຖົງຢາງອານາໄມ ເປັນຕົ້ນ ແລ້ວຈິ່ງຄ່ອຍເລີ່ມຕົ້ນກິນໃນວັນທຳອິດຂອງປະຈຳເດືອນຄັ້ງຕໍ່ໄປ

ສຳລັບແມ່ຍິງທີ່ກິນຢາຄຸມແລ້ວຖືພາ ຄວນຄິດເຖິງພຶດຕິກຳການກິນຢາຄຸມຂອງທ່ານຄືນໃໝ່ວ່າກິນຖືກວິທີ ຫຼື ບໍ່

ຂໍ້ມູນຈາກ: http://www.teenpath.net/content.asp?ID=39

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...