spot_img
Homeຂ່າວທ້ອງຖິ່ນບັນດາຂໍ້ຫ້າມຕ່າງໆໃນການຫຼິ້ນບຸນປີໃໝ່ 2021

ບັນດາຂໍ້ຫ້າມຕ່າງໆໃນການຫຼິ້ນບຸນປີໃໝ່ 2021

Published on

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງການ ເມື່ອວັນທີ 1 ເມສາ 2021 ເພື່ອຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງບຸນປີໃໝ່ລາວ ແຕ່ວັນທີ 14-16 ເມສາ 2021 ທີ່ ຈະໝູນວຽນມາເຖີງນີ້, ເປັນໂອກາດຫນື່ງທີ່ສໍາຄັນໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງຄົນລາວດັ່ງນັ້ນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈິ່ງໄດ້ອອກບັນດາຂໍ້ຫ້າມ ດັ່ງນີ້:

  1. ຫ້າມບໍ່ໃຫ້ຊື້-ຂາຍສິນຄ້າທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ,​ ບໍ່ໃຫ້ຈູດໝາກກະໂພກ,​ບັ້ງໄຟດອກທຸກຊະນິດ,​ບໍ່ໃຫ້ນຳໃຊ້ທາດລະເບີດ,​ທາດແຕກ,​ທາດເບື່ອ-ເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບ.
  2. ຫ້າມໃຊ້ພາຫະນະບັນຈຸຖັງນໍ້າ, ຄຸນໍ້າ ຫຼື ທໍ່ຢາງຕໍ່ນໍ້າຈາກເຮືອນອອກມາ ເພື່ອຫົດສົງນໍ້າຄົນໃຊ້ຖະໜົນ ແລະ ຫ້າມລວມຕົວກັນເປັນກຸ່ມເຕັ້ນຟ້ອນຕາມທ້ອງຖະໜົນເດັດຂາດ.
  3. ຫ້າມບໍ່ໃຫ້ລົງຫຼິ້ນນໍ້າຢູ່ຫາດຊາຍນໍ້າຂອງທີ່ບໍ່ໄດ້ຮັບອະນຸຍາດເດັດຂາດ ຫຼື ບ່ອນທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັັກສາຄວາມສະຫງົບ.
  4. ຫ້າມບໍ່ໃຫ້ໃຊ້ນໍ້າເປື້ອນ, ນໍ້າສີ, ນໍ້າປົນພິດທີ່ຄັນຄາຍ, ນໍ້າກ້ອນໃສ່ຖົງຫົດ ຫຼື ແກ່ວງໃສ່ກັນ,​ບໍ່ໃຫ້ນຸ່ງເຄື່ອງສັ້ນ-ເຂີນ ຍົ້ວຍວນ ທີ່ບໍ່ຖືກຕາມຮີດຄອງປະເພນີ,​ ການທ່ຽວຫຼິ້ນແບບລາມົກອານາຈານ ຫຼື ຫຼິ້ນການພະນັນທຸກປະເພດ.
  5. ຫ້າມເປີດສຽງດັງເນືອງເກີນເຫດ, ບໍ່ໃຫ້ໃຊ້ພາຫະນະແຫ່ຄົບງັນຕາມທ້ອງຖະໜົນ, ບໍ່ຂີ້ລົດເປັນພຶງເປັນແພ-ແລ່ນໄວເກີນຂອບເຂດ, ດື່ມສິ່ງມຶນເມົາແລ້ວບໍ່ຄວນຂັບລົດເດັດຂາດ.
  6. ຫ້າມບໍ່ໃຫ້ຜູ້ໂດຍສານນັ່ງຫົວລົດເວລາຂັບຂີ່ໄປຕາມທ້ອງຖະໜົນ, ລົດບັນທຸກໜັກ-ລົດໂດຍສານບໍ່ຄວນໃສ່ເກີນຂະໜາດ.
  7. ບັນດາຮ້ານບັນເທີງ, ຮ້ານກິນດື່ມໃຫ້ປະຕິບັດຕາມແຈ້ງການ, ຄຳສັ່ງຂອງລັດຖະບານວາງອອກຢ່າງເຂັ້ມງວດ.
  8. ຫ້າມຫົດນໍ້າໃສ່ເຈົ້າໜ້າທີ່ທີ່ກຳລັງປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆ.

ຕໍ່ຜູ້ທີ່ລະເມີດຈະຖືກສຶກສາອົບຮົມ,​ ກ່າວເຕືອນ,​ ປັບໃໝຕາມສະຖານການລະເມີດ ຫຼື ດຳເນີນຄະດີຕໍ່ຜູ້ກະທຳຜິດສ່ວນບຸກຄົນໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອປະຕິບັດຕາມລະບຽບກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...