ບຣາຊິນຢຸດການທົດລອງວັກຊີນຈີນເນື່ອງຈາກມີຜົນຂ້າງຄຽງຮ້າຍແຮງ

ລັດຖະບານບຣາຊິນລະງັບການທົດສອບວັກຊີນປ້ອງກັນໂຣກໂຄວິດ-19 ຂອງຈີນ ຫຼັງພົບວ່າອາສາສະໝັກຈຳນວນໜຶ່ງ “ໄດ້ຮັບຜົນກະທົບຮ້າຍແຮງ”.

ເວັບໄຊຂ່າວ dailynews ລາຍງານວ່າ ກະຊວງສາທາລະນະສຸກຂອງບຣາຊິນອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາ ເລື່ອງການລະງັບໂຄງການທົດສອບປະສິດທິພາບຂອງວັກຊີນ ໂຄໂຣນາແວ ເພື່ອປ້ອງກັນເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງພັດທະນາ ແລະ ຜະລິດໂດຍບໍລິສັດ ຊິໂນແວດ ໄບໂອເທດ ໜຶ່ງໃນຜູ້ໃຫ້ບໍລິການດ້ານຊີວະວິທະຍາທີ່ສຳຄັນຂອງຈີນ ເນື່ອງຈາກເກີດ ເຫດການທີ່ສ້າງຜົນຂ້າງຄຽງຮ້າຍແຮງ ກັບອາສາສະໝັກຈຳນວນໜຶ່ງ ເມື່ອວັນທີ 29 ຕຸລາ 2020 ທີ່ຜ່ານມາ.

ໃນຂະນະທີ່ ຄຳ ຖະແຫຼງຂອງອັນວິຊາ ເຊິ່ງເປັນໜ່ວຍງານກວດກາສຸຂະພາບຂອງລັດຖະບານບຣາຊິນ ຍັງບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບເລື່ອງນີ້ ໂດຍໃຫ້ເຫດຜົນວ່າ ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງທຸກຝ່າຍທີ່ກ່ຽວຂ້ອງ ແຕ່ຍອມຮັບວ່າເຫດການດັ່ງກ່າວ ລວມເຖິງການເສຍຊີວິດ ເຊິ່ງມີຄວາມເປັນໄປໄດ້ສູງທີ່ຈະມີຜົນຂ້າງຄຽງ ແລະ ຍັງມີ ຄວາມພິການຮ້າຍແຮງ.

ທັງນີ້, ລັດຖະບານບຣາຊິນຢືນຢັນວ່າ ທຸກພາກສ່ວນທີ່ກ່ຽວຂ້ອງກຳລັງກວດສອບສະຖານະການທີ່ເກີດຂຶ້ນຢ່າງລະອຽດ ແລະ ຈະມີການປະກາດຢ່າງເປັນທາງການອີກຄັ້ງ ໃນວັນທີ 10 ພະຈິກ 2020 ດ້ານລັດຖະບານຈີນ ແລະ ຊິໂນແວດຍັງບໍ່ທັນມີປະຕິກິລິຍາຢ່າງເປັນທາງການເທື່ອ.

ຮຽບຮຽງຂ່າວ: ພຸດສະດີ