spot_img
Homeຂ່າວຕ່າງປະເທດນໍ້າຖ້ວມໄທສູງເຖິງ 26 ແຂວງ ຫຼັງມີພາຍຸມໍລະສຸມເຂົ້າປະເທດຕັ້ງແຕ່ວັນທີ 16 ກັນຍາ 2021

ນໍ້າຖ້ວມໄທສູງເຖິງ 26 ແຂວງ ຫຼັງມີພາຍຸມໍລະສຸມເຂົ້າປະເທດຕັ້ງແຕ່ວັນທີ 16 ກັນຍາ 2021

Published on

ວັນທີ 26 ກັນຍາ ສໍານັກຂ່າວ BBC ແລະ PRACHACHAT ລາຍງານ ກົມປ້ອງກັນ ແລະ ບັນເທົາສາທາລະນະໄພ ຢູ່ໄທໄດ້ລາຍງານວ່າ ຈາກໄພທໍາມະຊາດຈາກທາງພາກເໜືອຂອງໄທ ແລະ ພາກຕາເວັນອອກສ່ຽງເໜືອ ປະກອບກັບມໍລະສຸມຕະເວັນຕົກສ່ຽງໃຕ້ທີ່ພັດເຂົ້າມາປົກຄຸມທະເລອັນດາມັນ ພາກໃຕ້ ແລະ ອ່າວໄທ ເຮັດໃຫ້ມີຝົນຕົກໜັກໃນບາງພື້ນທີ່ຕັ້ງແຕ່ ວັນທີ 16 ກັນຍາ 2021 ເຮັດໃຫ້ປັດຈຸບັນ ສົ່ງຜົນໃຫ້ເກີດໄພນໍ້າຖ້ວມ ໃນພື້ນທີ່ 26 ແຂວງໃນປະເທດໄທ ໄດ້ແກ່ ຊຽງລາຍ, ຊຽງໃໝ່, ລໍາພູນ, ລໍາປາງ, ຕາກ, ສຸໂຂໄທ, ເພດຊະບູນ, ພິຈິດ, ກໍາແພງເພດ, ເລີຍ, ຂອນແກ່ນ, ໄຊຍະພູມ, ນະຄອນລາດຊະສີມາ, ສີສະເກດ, ອຸບົນລາດຈະທານີ, ປາຈີນບຸລີ, ສະແກ້ວ, ຈັນທະບູລີ, ນະຄອນສະຫວັນ, ພິດສະນຸໂລກ, ໄຊຍະນາດ, ສິງບຸລີ, ພຣະນະຄອນສີອະຍຸດທະຍາ, ປະທຸມທານີ, ລາດຊະບູລີ ແລະ ນະຄອນສີທໍາມະລາດ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຈໍານວນ 18,753 ຄົວເຮືອນ.


ທາງດ້ານ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ລົງພື້ນທີ່ທີ່ມີເຂດນໍ້າຖ້ວມ ພ້ອມມີການໂອ້ລົມຜ່ານເຄື່ອງກະຈາຍສຽງ ແລະ ທັກທາຍປະຊາຊົນທີ່ຢູ່ຕາມບ້ານຕະຫຼອດເສັ້ນທາງ ໂດຍບອກວ່າ ນີ້ຄືໄພທໍາມະຊາດກໍຕ້ອງແກ້ໄຂກັນໄປ ຂໍໃຫ້ທຸກຄົນແຂງແຮງ, ປອດໄພ ແລະ ຈະແກ້ໄຂບັນຫາໃຫ້ປະຊາຊົນໄດ້ຮັບຜົນກະທົບໜ້ອຍທີ່ສຸດ.
ນາຍົກໄທ ຍັງໄດ້ກ່າວຕື່ມວ່າ ບັນຫາບ້ານເມືອງບໍ່ໄດ້ມີພຽງແຕ່ສິ່ງນີ້ ຈຶ່ງຂໍໃຫ້ຊ່ວຍກັນສວດມົນ ຢ່າໃຫ້ພະຍຸເຂົ້າມາອີກເລີຍ ພ້ອມຕ້ອງຊ່ວຍກັນຄິດໃໝ່ວ່າໃນວັນຂ້າງໜ້າຈະຢູ່ກັນແບບໃດ ຈະຕ້ອງປຸກເຮືອນ 2 ຊັ້ນ ຫຼື ຂະຫຍາຍໄປຢູ່ໃນຈຸດທີ່ສູງຂຶ້ນ.


ດ້ານສູນອໍານວຍການນໍ້າແຫ່ງຊາດໄທ ໄດ້ອອກປະກາດແຈ້ງເຕືອນພື້ນທີ່ຕໍ່າ ໃນຊ່ວງວັນທີ 27-30 ທີ່ຈະໄດ້ຮັບຜົນກະທົບຈາກລະດັບນໍ້າທີ່ລະບາຍຈາກເຂື່ອນເຈົ້າພະຍາ ເພີ່ມສູງຂຶ້ນຈາກປັດຈຸບັນປະມານ 0,30-1,00 ແມັດ.
ປະກາດດັ່ງກ່າວ ລະບຸ ວັນທີ 26-30 ກັນຍາ ນີ້ ຮ່ອງມໍລະສຸມຈະເລື່ອນລົງໄປຜ່ານພາກກາງ ແລະ ພາກໃຕ້ ເຮັດໃຫ້ປະຊາຊົນໄທທີ່ອາໄສຢູ່ບໍລິເວນດັ່ງກ່າວ ໂດຍສະເພາະທາງພາກເໜືອ ມີຝົນເພີ່ມຂຶ້ນເລັກໜ້ອຍສົ່ງຜົນໃຫ້ມີນໍ້າໄຫຼລົງເຂື່ອນເຈົ້າພະຍາ ໃນອັດຕາທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...