spot_img
Homeນານາສາລະນໍ້າຕານອັນຕະລາຍຫຼາຍກວ່າທີ່ຄິດ

ນໍ້າຕານອັນຕະລາຍຫຼາຍກວ່າທີ່ຄິດ

Published on

ຄວາມຫວານຂອງນໍ້າຕານ ແມ່ນຢູ່ວ່າຈະເພີ່ມລົດຊາດໃຫ້ອາຫານເປັນຕາກິນ ຫຼືເຮັດໃຫ້ຮູ້ສຶກສົດຊື່ນຂຶ້ນ ຫາກຮ່າງກາຍເມື່ອຍລ້າ ແຕ່ມັກກໍມີຜົນຮ້າຍຕໍ່ຮ່າງກາຍ ໂດຍສະເພາະເລື່ອງຂອງພະຍາດ ທີ່ນໍ້າຕານເປັນຕົ້ນເຫດ

ອັນຕະລາຍທີ່ມາຈາກນໍ້າຕານມີຫຼາຍ ຖ້າຫາກກິນຫຼາຍໆ ກໍຈະສົ່ງຜົນຮ້າຍເຊັ່ນ ເຮັດໃຫ້ເກີດແຂ້ວຜຸ, ມີກິ່ນປາກແຮງ ເພາະອາຫານຂອງເຊື້ອແບັກທີເລຍໃນປາກກໍຄືນໍ້າຕານ. ຜູ້ທີ່ມັກກິນນໍ້າຕານຫຼາຍໆ ເຄີຍສັງເກດຕົນເອງບໍວ່າ ຈະມັກເປັນຄົນທີ່ຫງຸດຫງິດໄດ້ງ່າຍ, ອາລົມປ່ຽນແປງ, ໃຈຮ້າຍງ່າຍ ນີ້ຄືຜົນຂອງການກິນອາຫານຫວານຫຼາຍເກີນໄປ

ການກິນນໍ້າຕານຫຼາຍໆ ຈະເຮັດໃຫ້ເກີດພາວະເລືອດເປັນກົດ ນໍ້າໜັກເພີ່ມຂຶ້ນ, ສະນັ້ນໃຜທີ່ຢາກຫຼຸດນໍ້າໜັກ ຈຶ່ງຄວນຄວບຄຸມປະລິມານການກິນນໍ້າຕານໃຫ້ເໝາະສົມ ເພາະການກິນນໍ້າຕານຫຼາຍຈະເຮັດໃຫ້ເປັນໄຂມັນທີ່ສະສົມ ແລ້ວກໍຕຸ້ຍຂຶ້ນໄດ້, ໃຜທີ່ເປັນບາດແຜໃນຮ່າງກາຍ ຫາກກິນນໍ້າຕານຫຼາຍເກີນໄປ ຈະເຮັດໃຫ້ບາດແຜນັ້ນນານດີ, ການກິນນໍ້າຕານກໍເປັນຜົນໃຫ້ການເກີດສິວໄດ້ງ່າຍ

ນໍ້າຕານບາງຊະນິດຍັງມີສານຟອກຂາວ ໂດຍສະເພາະນໍ້າຕານທີ່ປະສົມເຂົ້າໜົມເຄັກ ຖ້າຫາກກິນເປັນເວລາດົນ ຈະກໍ່ໃຫ້ເກີດພະຍາດໄດ້ເຊັ່ນ: ພະຍາດມະເຮັງ, ເບົາຫວານ ແລະຍັງເປັນສາເຫດໃຫ້ເກີດຄວາມເສື່ອມຂອງລະບົບການເຮັດວຽກຂອງອະໄວຍະວະຕ່າງໆຂອງຮ່າງກາຍ

ສຳລັບປະລິມານນໍ້າຕານທີ່ຄວນກິນໃຫ້ພໍດີກັບຮ່າງກາຍໃນແຕ່ລະມື້ ປະມານ 6 ບ່ວງຊາ, ຖ້າໃຜຫາກກິນຫຼາຍກວ່ານີ້ກໍຄວນຫຼຸດ ເພື່ອຮ່າງກາຍຈະໄດ້ແຂງແຮງບໍ່ເຈັບປ່ວຍໄດ້ງ່າຍ ແລະອອກກຳລັງກາຍໃຫ້ທຸກມື້ ເທົ່ານີ້ກໍເຮັດໃຫ້ຮ່າງກາຍແຂງແຮງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...