spot_img
Homeຂ່າວພາຍ​ໃນນ້ຳເພັດ ນັກມວຍສາວລາວ ຄວ້າແຊ້ມເອເຊຍ

ນ້ຳເພັດ ນັກມວຍສາວລາວ ຄວ້າແຊ້ມເອເຊຍ

Published on

 

ນ້ຳເພັດ ຂວັນໃຈສີໂຄດ ນັກມວຍສາວງາມຂອງລາວອາຍຸ 16 ປີ ກາຍເປັນແຊ້ມ ສະພາມວຍຍິງແຫ່ງເອເຊຍ (WBC asia) ຜູ້ທຳອິດຂອງລາວ ຫຼັງຈາກເອົາຊະນະຄະແນນ ການດາ ພ.ເມືອງເພັດ ນັກຊົກສາວຊາວໄທໄປຢ່າງດຸເດືອດ ໃນການຊົກ ທີ່ສະຫວັນເວກັສ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ເມື່ອວັນສຸກທີ 8 ສິງຫາ 2014 (ມື້ນີ້).

14074971071407497142l

ເສິກ M-150 ຖະຫຼົ່ມບັນລັງໂລກ ມະຫະກຳມວຍໂລກ 5 ປີ ສະຫວັນເວກັສ Super Champ WBC + ມວຍຮອບມາລາທອນໄຟຕ໌ຄາດເຊືອກນານາຊາດ ພາຍໃຕ້ການຮ່ວມມືຂອງ 2 ຊາດລາວ-ໄທ ໂດຍໂປຣໂມເຕີ ກໍ່ກຽດ ພານິດຊະຍາຣົມ ດຳເນີນການຈັດ.

ການຊົກຄູ່ເອກຄັ້ງນີ້ ນ້ຳເພັດ ມວຍສ້າງສາວລາວເຖິງແມ່ນວ່າກະດູກມວຍອ່ອນກວ່າ ການດາ ສາວໄທ ທີ່ຜ່ານມາການຊົກມວຍໄທມາຫຼາຍຕໍ່ຫຼາຍຄັ້ງ ດີກຣີແຊ້ມອີສານ ເຖິງປານນັ້ນນັກມວຍເຈົ້າຖິ່ນຍັງໄດ້ສຽງເຊຍຄົນລາວກ້ອງກັງວານ ເດິນໜ້າບຸກເຂົ້າຫາ ການດາ ທີ່ຖ້າຈັງຫວະສອງບວກໝັດເຂົ້າຫຼາຍຄັ້ງ ແຕ່ນ້ຳເພັດຍັງທົນທານ ເດິນບຸກຊວນຕີຈົນຄົບກຳນົດ 10 ຍົກ ກຳມະການຄົນໄທ ນ້ຳເພັດ ຂວັນໃຈສີໂຄດ ກໍ່ກຽດຢິມ ຊະນະຄະແນນ ສ້າງປະຫວັດການກາຍເປັນແຊ້ມມວຍສາກົນລະດັບເອເຊຍເປັນຄົນທຳອິດຂອງລາວ.

10448244_10204648675482538_3303322426354858810_n 10530722_10204648673922499_762054165929453600_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...