spot_img
Homeຂ່າວນໍ້າຖ້ວມນ້ຳຖ້ວມໃນລັດເຄນຕັກກີ ເສຍຊີວິດເພີ່ມເປັນ 37 ຄົນ

ນ້ຳຖ້ວມໃນລັດເຄນຕັກກີ ເສຍຊີວິດເພີ່ມເປັນ 37 ຄົນ

Published on

ອີງຕາມການລາຍງານສຳນັກຂ່າວ ເຄນຕັກກີ ໃນວັນທີ 2 ສິງຫາ 2022, ຕົວເລກຜູ້ເສຍຊີວິດຈາກໄພນໍ້າຖ້ວມຄັ້ງໃຫຍ່ໃນລັດ ເຄນຕັກກີ ຂອງສະຫະລັດໄດ້ເພີ່ມຂຶ້ນເປັນ 37 ຄົນ ຂະນະທີ່ເຈົ້າໜ້າທີ່ປະສົບປັນຫາໃນການລົງພຶ້ນທີ່ຊ່ວຍເຫຼືອປະຊາຊົນເນື່ອງຈາກຝົນຕົກໜັກ. ເຊິ່ງອາດຈະເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າເກົ່າ.

ທ່ານ ແອນດີ ບີເຊຍ, ເຈົ້າຄອງລັດ ເຄນຕັກກີ ພາກຕາເວັນອອກຂອງສະຫະລັດ ເປີດເຜີຍຜ່ານ Twitter ວ່າ: ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເມື່ອມີລາຍງານວ່າ ຈໍານວນຜູ້ເສຍຊີວິດຈາກໄພນໍ້າຖ້ວມໄດ້ເພີ່ມຂຶ້ນເປັນ 37 ຄົນແລ້ວ ແລະ ຍັງມີອີກຫຼາຍຄົນຍັງຫາຍສາບສູນ.

ລັດ ເຄນຕັກກີ ຍັງມີຝົນຕົກໃນວັນຈັນ, ເຮັດ​ໃຫ້​ມັນ​ເປັນ​ອຸ​ປະ​ສັກ​ໃນ​ການລົງພື້ນ​ທີ່​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ໄດ້​ ​ແລະ​ ຄາດ​ວ່າ​ຈະ​ປະ​ເຊີນ​ໜ້າ​ກັບ​ພາຍຸ​ຝົນ​ຄັ້ງ​ໃໝ່​ໃນ​ຕອນ​ກາງຄືນ​ຂອງ​ວັນ​ດຽວ​ກັນ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...