spot_img
Homeຂ່າວຕ່າງປະເທດນ້ຳຖ້ວມຫລາຍພື້ນທີ່ຢູ່ມຽນມາ ປະຊາຊົນຫລາຍກວ່າ 350,000 ຄົນ ປະສົບໄພພິບັດ!

ນ້ຳຖ້ວມຫລາຍພື້ນທີ່ຢູ່ມຽນມາ ປະຊາຊົນຫລາຍກວ່າ 350,000 ຄົນ ປະສົບໄພພິບັດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ສິງຫານີ້ວ່າ ມຽນມາກຳລັງປະສົບກັບໄພນ້ຳຖ້ວມໃນ 7 ເຂດ ແລະ ລັດຂອງປະເທດ ເນື່ອງຈາກສະພາບຝົນທີ່ຕົກລົງຢ່າງໜັກ ສົ່ງຜົນເຮັດໃຫ້ນ້ຳໃນແມ່ນ້ຳສາຍຕ່າງໆ ໄຫລບ່າເຂົ້າຖ້ວມພື້ນທີ່ຕ່າງໆຂອງລັດກະສິ່ນ, ເຂດສະກາຍ ແລະ ເຂດມະເກວ ເຮັດໃຫ້ມີຜູ້ປະສົບໄພນ້ຳຖ້ວມ ມີຈຳນວນລວມຫລາຍກວ່າ 358,000 ຄົນ.

ພື້ນທີ່ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ໃນປີນີ້ ແມ່ນເຂດອີຣະວະດີ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ທີ່ມີນ້ຳໄຫລບ່າເຂົ້າຖ້ວມ ພື້ນທີ່ນາປູກເຂົ້າຈຳນວນຫລາຍກວ່າ 500 ເຮັກຕາ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ຊົນລະປະທານ ແລະ ປະຊາຊົນໃນທ້ອງຖິ່ນ ໄດ້ພາກັນຮ່າຍເປົາຊາຍ ເພື່ອກັ້ນການໄຫລເຂົ້າຖ້ວມ ຕາມແຄມຝັ່ງແມ່ນ້ຳ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...