spot_img
Homeຂ່າວຕ່າງປະເທດນ້ຳຖ້ວມກະທັນຫັນຢູ່ພາກເໜືອຫວຽດນາມ ຍ້ອນຝົນຕົກໜັກຕິດຕໍ່ກັນ ມີຜູ້ເສຍຊີວິດແລ້ວ 14 ຄົນ

ນ້ຳຖ້ວມກະທັນຫັນຢູ່ພາກເໜືອຫວຽດນາມ ຍ້ອນຝົນຕົກໜັກຕິດຕໍ່ກັນ ມີຜູ້ເສຍຊີວິດແລ້ວ 14 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ຄະນະກຳມະການຄຸ້ມຄອງ ແລະ ປ້ອງກັນໄພພິບັດແຫ່ງຊາດຫວຽດນາມ ໄດ້ລະບຸ ມີປະຊາຊົນເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ເຮືອນຊານປະຊາຊົນເສຍຫາຍ ປະມານ 500 ຫລັງ ຈາກເຫດນ້ຳຖ້ວມກະທັນຫັນ ອັນເນື່ອງມາຈາກຝົນຕົກໜັກ ໃນພື້ນທີ່ 9 ແຂວງທາງພາກເໜືອຂອງປະເທດ ໃນໄລຍະໜຶ່ງອາທິດຜ່ານມາ ຊຶ່ງຄາດການອີກວ່າ ຝົນຍັງຈະສືບຕໍ່ຕົກເພີ່ມອີກ.

ນອກຈາກນັ້ນ, ໄພພິບັດໃນຄັ້ງນີ້ ຍັງສົ່ງຜົນເຮັດໃຫ້ເກີດດິນເຈື່ອນ ແລະ ລະບົບລະບາຍນ້ຳເປ່ເພ, ຂົວ ແລະ ຫົນທາງເສຍຫາຍ ລວມມູນຄ່າຫລາຍກວ່າ 40 ຕື້ດົງ ຫລື ປະມານ 1.76 ລ້ານໂດລາ ອີກດ້ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...