spot_img
Homeຂ່າວຕ່າງປະເທດນ້ຳຕາຊຶມ! ລູກຊາວຈີນພາກແມ່ດົນ 29 ປີ ໄດ້ພົບແມ່ຂອງຕົນອີກເທື່ອໜຶ່ງ!

ນ້ຳຕາຊຶມ! ລູກຊາວຈີນພາກແມ່ດົນ 29 ປີ ໄດ້ພົບແມ່ຂອງຕົນອີກເທື່ອໜຶ່ງ!

Published on

558000006212201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພຶດສະພາຜ່ານມານີ້ວ່າ ຊາຍຈີນອາຍຸ 37 ປີ ເກີດຢູ່ເມືອງຈື່ຢາງ ແຂວງສານຊີ ທາງພາກເໜືອຂອງຈີນ ໂດຍໃນມື້ໜຶ່ງຂອງປີ 1986 ຂະນະນັ້ນເຂົາມີອາຍຸ 8 ປີ ໄດ້ອອກຈາກເຮືອນໄປຫລິ້ນສະຖານີລົດໄຟຄົນດຽວ ແລະ ໄດ້ປີນຂຶ້ນເທິງລົດໄຟ ແລ້ວລົດໄຟໄດ້ເຄື່ອນຕົວອອກຈາກສະຖານີ ໂດຍທີ່ເຂົາບໍ່ສາມາດລົງໄດ້ ເຮັດໃຫ້ເຂົາຕ້ອງເດີນທາງໄປນຳລົດໄຟ ຈົນຮອດແຂວງເສສວນ ເຊິ່ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດແລ້ວ.

ຊາຍຄົນດັ່ງກ່າວ ໄດ້ພະຍາຍາມຫາທາງກັບບ້ານຢູ່ຫລາຍມື້ ແຕ່ກໍບໍ່ສຳເລັດຜົນ ຈົນກ່ວາເຂົາໄດ້ພົບກັບຄອບຄົວໃຈບຸນຄອບຄົວໜຶ່ງ ເຊິ່ງໄດ້ອຸປະຖຳລ້ຽງດູເປັນລູກບຸນທຳ ແລະ ໄດ້ຕັ້ງຊື່ໃໝ່ໃຫ້ເຂົາອີກ ຈົນກ່ວາເວລາຜ່ານໄປເຖິງ 29 ປີ ເຂົາຈິ່ງຄິດຮອດແມ່ຜູ້ໃຫ້ກຳເນີດຂອງເຂົາຫລາຍ ຈິ່ງໄດ້ໂພສຕ໌ຂໍ້ຄວາມຕາມຫາແມ່ ໃນເວັບໄຊຕຳຫລວດ ເນື່ອງໃນວັນແມ່ຂອງຈີນ ເມື່ອຕົ້ນເດືອນທີ່ຜ່ານມາ ແລະ ຫລັງຈາກນັ້ນບໍ່ພໍ 10 ມື້ ທາງຕຳຫລວດ ກໍໄດ້ທຳການສືບຫາແມ່ຂອງເຂົາຈົນສຳເລັດ ແລ້ວໄດ້ຈັດໃຫ້ແມ່ລູກຄູ່ນີ້ ໄດ້ພົບກັນໃນທີ່ສຸດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...