spot_img
Homeຂ່າວເຫດການນ້ຳຕາຈະໄຫຼເມື່ອ ໂອບາມາ ໄດ້ຮັບຄຳຕອບຈາກສາວເກັບກູ້ລະເບີດ?

ນ້ຳຕາຈະໄຫຼເມື່ອ ໂອບາມາ ໄດ້ຮັບຄຳຕອບຈາກສາວເກັບກູ້ລະເບີດ?

Published on

ຕອນເຊົ້າມື້ນີ້, ວັນທີ 7 ກັນຍາ 2016 ໃນໂອກາດທີ່ທ່ານ ບາຣັກ ໂອບາມາ ເດິນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ທ່ານໂອບາມາໄດ້ເຂົ້າຢ້ຽມຢາມສູນການແພດຟື້ນຟູໜ້າທີ່ການ (ສູນອົງຄະທຽມ) ທີ່ເຮັດວຽກຟື້ນຟູເຝິກແອບຜູ້ພິການຈາກລະເບີດ ໃຫ້ສາມາດໃຊ້ຊີວິດຢູ່ກັບສັງຄົມໄດ້. ໃນໂອກາດດັ່ງກ່າວນັ້ນ, ທ່ານໂອບາມາໄດ້ຢ້ຽມຊົມຫ້ອງວາງສະແດງລະເບີດບໍ່ທັນແຕກ, ຮູບພາບກ່ຽວກັບຜູ້ຮັບເຄາະຮ້າຍຈາກລະເບີດ, ອົງຄະທຽມ ແລະໄດ້ໂອ້ລົມກັບພະນັກງານຂອງສູນດັ່ງກ່າວ.

ໃນໂອກາດດຽວກັນນັ້ນ, ທ່ານ ໂອບາມາ ໄດ້ສອບຖາມສາວເກັບກູ້ລະເບີດວ່າ: ເຈົ້າເຮັດວຽກນີ້ດົນປານໃດ ແລະເຈົ້າເກັບກູ້ໄດ້ທໍ່ໃດໜ່ວຍແລ້ວ. ກ່ອນທີ່ທ່ານ ໂອບາມາ ຈະໄດ້ຮັບຮອຍຍິ້ມທີ່ຄ້າຍຄືມືືຫຍັງຄ້າງຄາຢູ່ໃນໃຈແລະຄຳຕອບຈາກສາວເກັບກູ້ລະເບີດກັບຄືນມາວ່າ: ຂ້ອຍເຮັດວຽກນີ້ມາໄດ້ຊາວກວ່າປີແລ້ວ ແລະຂ້ອຍນັບບໍ່ໄດ້ວ່າຂ້ອຍໄດ້ເກັບກູ້ລະເບີດໄດ້ຈັກໜ່ວຍແລ້ວ!

ຄຳຕອບດັ່ງກ່າວເຮັດໃຫ້ ທ່ານ ໂອບາມາ ພ້ອມຄະນະຕ້ອງມິດງຽບໄປບຶດໜຶ່ງ ກ່ອນຈະສົນທະນາກັນຕໍ່ ໄປ. ຄຳຕອບດັ່ງກ່າວເຮັດໃຫ້ຮູ້ວ່າພະນັກງານໂຄງການເກັບກູ້ລະເບີດຜູ້ນີ້ໄດ້ລອດຕາຍຈາກລະເບີດມາແລ້ວນັບບໍ່ຖ້ວນ ແລະລະເບີດທີ່ຕົກຄ້າງໃນໜ້າດິນມີຈຳນວນຫຼວງຫຼາຍແທ້ໆ.

ໃນໂອກາດຢ້ຽມຢາມລາວຄັ້ງປະຫວັດສາດຂອງຜູ້ນຳສູງສຸດຂອງສະຫະລັດເທື່ອນີ້ ທ່ານ ບາຣັກ ໂອບາມາ ປະກາດວ່າຈະຊ່ວຍເຫຼືອການເກັບກູ້ລະເບີດໃນລາວປີລະ 30 ລ້ານໂດລາສະຫະລັດ ຫຼື 90 ລ້ານໂດລາສະຫະລັດໃນສາມປີຕໍ່ໜ້ານີ້ ພ້ອມທັງຈະຊ່ວຍເຫຼືອໂຄງການອາຫານທ່ຽງ 100 ລ້ານໂດລາສະຫະລັດ ພາຍໃນ 10 ປີຕໍ່ໜ້ານີ້.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...