spot_img
Homeຂ່າວພາຍ​ໃນນິວຊີແລນວິໄຈປູກເທິງນໍ້າທະເລສຳເລັດ!

ນິວຊີແລນວິໄຈປູກເທິງນໍ້າທະເລສຳເລັດ!

Published on

ບໍລິສັດ Agrisea ບໍລິສັດທາງດ້ານການກະເສດ ຂອງປະເທດນິວຊີແລນ ປະສົບຄວາມສຳເລັດກັບການທົດລອງແກ້ໄຂ ຍີນ (Gene) ໃນເຂົ້າ ເຮັດໃຫ້ສາມາດປູກໃນມະຫາສະໝຸດໄດ້ ທັງທົນຕໍ່ຄວາມເຄັມ, ບໍ່ຕ້ອງເພິ່ງພາປຸ໋ຍ, ນໍ້າຈືດ ແລະ ດິນ.

ໃນຂະນະນີ້,​ ນັກວິໄຈສາມາດເພາະລ້ຽງເນື້ອເຍື່ອໃນຫ້ອງປະຕິບັດການພັນພືດໄດ້ແລ້ວ. ນັກວິໄຈຂອງ Agrisea ໃຊ້ຍີນໃນເຂົ້າ ເຊິ່ງເຮັດໜ້າທີ່ຄວບຄຸມ ຂັບໄລ່ເກືອ, ການຫຸ້ມເຊວ, ແລະ ການປ້ອງກັນສານພັນທຸກໍາ ແລະ ເພີ່ມການສະແດງອອກຂອງຍີນເຫຼົ່ານີ້. ເມື່ອຍີນເຫຼົ່ານີ້ມາລວມກັນຈະເຮັດໜ້າທີ່ໃນລັກສະນະເຄື່ອຂ່າຍທຳມະຊາດ, ຊ່ວຍໃຫ້ເຂົ້າ ຈະເລີນເຕີບໂຕໄດ້ຄືເຂົ້າປົກກະຕິ ຂະນະທີ່ໄຮ່ເຂົ້າກາງທະເລ ຈະເຮັດໜ້າທີ່ເປັນໂຕກອງ ດູດຊັບສິ່ງຕ່າງໆໃຫ້ກັບທະເລ.

ບໍລິສັດ ວາງແຜນທີ່ຈະເຮັດໄຮ່ທົດລອງຂະໜາດນ້ອຍແຫ່ງທຳອິດໃນທະເລ ພາຍໃນທ້າຍປີນີ້ ແລະ ຈະເຮັດຟາມທົດລອງຂະໜາດໃຫຍ່ຫຼາຍໆແຫ່ງໃນມະຫາສະໝຸດ ທ້າຍປີ 2021; ຂະນະນີ້ ແມ່ນຢູ່ໃນລະຫວ່າງການເຈລະຈາກັບປະເທດຜູ້ຜະລິດເຂົ້າ ແລະ ຜູ້ບໍລິໂພກລາຍໃຫຍ່ເຊັ່ນ ໄນຈີເຣຍ, ຈີນ, ຫວຽດນາມ, ບັງກະລາເທດ, ນິວຊີແລນ, ສະຫະລັດອາເມລິກາ, ຍີ່ປຸ່ນ ແລະ ຊີລີ ເພື່ອສ້າງຟາມມະຫາສະໝຸດ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...