spot_img
Homeຂ່າວຕ່າງປະເທດນິວຊີແລນກຽມຈັດປະຊາມະຕິ ປ່ຽນທຸງຊາດໃໝ່ໃນປີໜ້າ

ນິວຊີແລນກຽມຈັດປະຊາມະຕິ ປ່ຽນທຸງຊາດໃໝ່ໃນປີໜ້າ

Published on

 

ນິວຊີແລນ ກຽມຈັດປະຊາມະຕິ ປ່ຽນທຸງຊາດໃໝ່ເປັນຮູບໃບເຟີນສີເງິນເທິງພື້ນຫລັງສີດຳ ແທນທຸງຊາດທີ່ນຳໃຊ້ຢູ່

ໃນປັດຈຸບັນ.

 

ເມື່ອວັນທີ 23 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ນາຍົກລັດຖະມົນຕີນິວຊີແລນ ເປີດເຜີຍ

ວ່າ ກຳລັງກຽມຈັດປະຊາມະຕິປ່ຽນທຸງຊາດໃໝ່ ເປັນຮູບໃບເຟີນສີເງິນເທິງພື້ນຫລັງສີດຳ.

 

ໂດຍທ່ານ ຈອນ ຄີ ນາຍົກລັດຖະມົນຕີນິວຊີແລນ ເປີດເຜີຍເມື່ອວັນທີ 22 ກັນຍາວ່າ ເຂົາມີແຜນການທີ່ຈະຈັດປະຊາ

ມະຕິປ່ຽນທຸງຊາດນິວຊີແລນ ໃຫ້ມີຄວາມເປັນນິວຊີແລນຫລາຍຂຶ້ນ ຈາກປັດຈຸບັນທີ່ທຸງຊາດນິວຊີແລນ ຈະມີທຸງຊາດ

ສະຫະລາຊະອານາຈັກທີ່ມູມເທິງດ້ານຂວາ ເພືອສະແດງຄວາມເປັນອານານິຄົມຂອງອັງກິດຢ່າງຊັດເຈນ, ຈະສະເໜີ

ໃຫ້ປ່ຽນທຸງຊາດໃໝ່ ທີ່ມີຮູບໃບເຟີນສີເງິນຢູ່ພື້ນຫລັງສີດຳ ເພາະວ່າໃບເຟີນຖືເປັນພືດປະຈຳຊາດຂອງນິວຊີແລນ

ຄ້າຍຄືກັນກັບການາດາ ທີ່ມີທຸງຊາດໃບເມເປີ້ນຢູ່ໃນທຸງຂອງຕົນ.

 

ຢ່າງໃດກໍດີ ເຖິງແມ່ນວ່າທ່ານ ຈອນ ຄີ ຈະສະເໜີໃຫ້ມີການປ່ຽນທຸງຊາດນິວຊີແລນໃໝ່ກໍຕາມ ແຕ່ກໍຍັງຢືນຢັນ

ວ່າ ຈະຍັງຄົງເປັນໜຶ່ງໃນເຄືອຈັກກະພົບ ແລະ ຍັງຄົງຍອມຮັບລະບອບກະສັດ ອັນມີສົມເດັດພະລາຊີນີອະລິຊາ

ເບດທີ 2 ແຫ່ງສະຫະລາຊະອານາຈັກເປັນປະມຸກຂອງລັດເຊັ່ນເດີມ.

 

New-Zealand-Flag--Pictures
ທຸງຊາດນິວຊີແລນໃນປັດຈຸບັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...