spot_img
Homeປະເພນີ-ວັດທະນະທຳນິທານບຸນໄຫລເຮືອໄຟ

ນິທານບຸນໄຫລເຮືອໄຟ

Published on

ແຕ່ກ່ອນມີຄູ່ຜົວເມຍກາເຜືອກເຮັດຮັງຢູ່ເທິງຕົ້ນເດື່ອແຄມນໍ້າ ແລະ ມີໄຂ່ກຳລັງຈະຝັກຫ້າໜ່ວຍ, ມີມື້ໜຶ່ງລົມພາຍຸເກີດຂຶ້ນເຮັດໃຫ້ຕົ້ນເດື່ອຖືກພັດຫັກລົງນໍ້າ, ກາເຜືອກທັງສອງແມ່ນໄດ້ເສຍຊີວິດ, ສ່ວນໄຂ່ທັງຫ້າໜ່ວຍແມ່ນໄດ້ໄຫລໄປຕາມນໍ້າ,
+ໜ່ວຍທີ່ໜຶ່ງໄດ້ໄຫລໄປຕົກຢູ່ທ່າຂອງພະຍາກຸກຸສັນໂທ(ພະຍາໄກ່) : ພະຍາໄກ່ກໍ່ເອົາໄປຝັກ
+ໜ່ວຍທີ່ສອງໄດ້ໄຫລໄປຕົກຢູ່ທ່າຂອງພະຍາໂກນາຄະມະໂນ(ພະຍານາກ) : ພະຍານາກກໍ່ເອົາໄປຝັກ
+ໜ່ວຍທີ່ສາມໄດ້ໄຫລໄປຕົກຢູ່ທ່າຂອງພະຍາກັດສະໂປ(ພະຍາເຕົ່າ) : ພະຍາເຕົ່າກໍ່ເອົາໄປຝັກ
+ໜ່ວຍທີ່ສີ່ໄດ້ໄຫລໄປຕົກຢູ່ທ່າຂອງພະຍາກໂຄຕະໂມ(ພະຍາງົວ) : ພະຍາງົວກໍ່ເອົາໄປຝັກ
+ໜ່ວຍທີ່ຫ້າໄດ້ໄຫລໄປຕົກຢູ່ທ່າຂອງພະຍາສີອະລິຍະເມດໄຕໂຍ(ພະຍາສິງ) : ພະຍາສິງກໍ່ເອົາໄປຝັກ
ໃນເມືອໄຂ່ທັງຫ້າໜ່ວຍໄດ້ແຕກອອກມາເປັນຄົນຜູ້ໃຫຍ່ກ້າໜ້າບານຂຶ້ນມາກໍ່ຄິດຢາກຈະອອກໄປບວດເປັນພະລືສີທຳມະໂພທິສັດ, ພາຍຫລັງອອກບວດແລ້ວທຸກຄົນກໍ່ມີໃຈໃສສັດທາຢາກເຫັນໜ້າບິດາມານດາຜູ້ບັງເກີດເກົ້າຂອງຕົນໂດຍທີທັງຫ້າແມ່ນບໍ່ຮູ້ວ່າພວກເຂົາມີພໍ່ແມ່ດຽວກັນ

ມາມື້ໜຶ່ງລືສີທັງຫ້າໄດ້ມາພົບກັນຈຶ່ງໄດ້ມີການຖາມຂ່າວໂອ້ລົມສົນທະນາລະຫວ່າງກັນ ແລະ ກັນວ່າຈາກບ້ານເມືອງໃດ, ໃນເວລານັ້ນປະກົດວ່າຄວາມຕັ້ງໃຈຂອງແຕ່ລະຄົນແມ່ນຢາກເຫັນໜ້າມານດາບິດາຄືກັນອັນເປັນເລື່ອງບັງເອີນ, ໃນທັນໃດນັ້ນກໍ່ປະກົດວ່າຄວາມປາດຖະໜາດັ່ງກ່າວໄດ້ຮ້ອນເຖິງມານດາບິດາທີ່ຢູ່ເທິງສະຫວັນຊັ້ນດາວະດິງດ້ວຍເຫດນັ້ນສອງພະອົງຈິ່ງໄດ້ສະເດັດລົງມາພົບລູກທັງຫ້າ ແລະ ກ່າວຂຶ້ນວ່າມານດາບິດາຂອງພວກເຈົ້າແມ່ນພວກເຮົາກາເຜືອກນີ້ແລ້ວ, ເມື່ອລູກທັງຫ້າຮັບຮູ້ວ່າກາເຜືອກແມ່ນມານດາບິດາຂອງຕົນກໍ່ພາກັນດີໃຈ ແລະ ສະແດງຄວາມເຄົາລົບຄາລະວະຕໍ່ບັນພະບູລຸດຂອງຕົນ, ພະຍາກາເຜືອກໄດ້ເລົ່າເຫດການທັງໝົດໃຫ້ັພວກລູກໆຟັງແລ້ວກັບຄືນສູ່ສະຫວັນ, ແຕ່ກ່ອນທີ່ຈະກັບລູກທັງຫ້າໄດ້ຮ້ອງຂໍໃຫ້ພະຍາກາເຜືອກທັງສອງຢຽບຫີນສິລາໃຫ້ເປັນຮອຍຕີນໄວ້ເພື່ອເປັນທີ່ເຄົາລົບບູຊາໃນຍາມຄິດຮອດຄິດເຖິງ

ພະຍາກາເຜືອກໄດ້ສັ່ງລູກໆວ່າເພື່ອເປັນການລະນຶກເຖິງບຸນຄຸນຂອງບັນພະບູລຸດເມື່ອເຖິງເດືອນສິບເອັດເພັງຂອງທຸກໆປີໃຫ້ພວກລູກຝັ້ນຝ້າຍເຮັດເປັນຕີກາເອົາວາງໃສ່ຖ້ວຍ ຫລື ຈານແບນ ແລ້ວເອົານໍ້າມັນຖອກໃສ່ໄຕ້ບູຊາ ແລ້ວຂຶ້ນໄປຟັງທຳມະເທດສະໜານໍາມານດາບິດາຢູ່ເທິງສະຫວັນເດີ້ລູກເດີ້!

ດັ່ງນັ້ນໃນມື້ຂຶ້ນ 15 ຄໍ່າ ແລະ ແຮມ 1 ຄໍ່າ ເດືອນ 11 ເພັງ ລູກໆທັງຫ້າຂອງພະຍາກາເຜືອກໄດ້ກັບຄືນລົງສູ່ໂລກມະນຸດເພື່ອເຜີຍແຜ່ສິນລະທຳຄຳສອນ, ມະນຸດທັງຫລາຍຈິ່ງໄດ້ເອົາໄມ້ມາເຮັດເປັນຮູບເຮືອ, ເອົາຝ້າຍມາຝັ້ນເປັນຕີນກາໃສ່ຖ້ວຍນໍ້າມັນຢາຍເປັນຫວ່າງສະເໝີກັນເພື່ອໄຕ້ບູຊາ ຫລື ເອົາໃບຕອງ ຫລື ຕົ້ນກ້ວຍມາເຮັດເປັນຮູບດອກບົວ, ຮູບເຮືອ ຫລື ກະທົງ ແລະ ໄຫລໄປຕາມແມ່ນໍ້າເພື່ອນ້ອມລະນຶກເຖິງຄຸນມານດາບິດາ ບູຊາພະເຈົ້າທັງຫ້າພະອົງທີ່ສະເດັດລົງມາຍັງໂລກມະນຸດເພື່ອເຜີຍແຜ່ສິນລະທຳຄຳສອນ, ສຳລັບລູກພະຍາກາເຜືອກທັງຫ້າແມ່ນໄດ້ເອົາຊື່ມານດາບິດາບຸນທຳຂອງຕົນເປັນຊື່ນັບແຕ່ນັ້ນເປັນຕົ້ນມາ, ມະນຸດທັງຫລາຍຈຶ້ນຂະໜານນາມພະເຈົ້າທັງຫ້າພະອົງວ່າ : ກຸກຸສັນໂທ, ໂກນາຄະມະໂນ, ກັດສະໂປ, ສີອະລິຍະເມດໄຕໂຍ, ສະນັ້ນມະນຸດພວກເຮົາຈຶ່ງເຮັດເຮືອໄຟ, ກະໂທງດອກບົວ ເພື່ອນ້ອມລະນຶກເຖິງຄຸນມານດາບິດາ ແລະ ບູຊາພະຣັດຕະນະໄຕຣ ລວມເຖິງພຮະເຈົ້າທັງຫ້າພະອົງທີ່ສະເດັດລົງມາເຜີຍແຜ່ສິນລະທຳໃນໂລກມະນຸດ.

 

ທີມາ: ຂ່າວຄວາມສຳເລັດ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...