spot_img
Homeຂ່າວພາຍ​ໃນນຳໃຊ້ຕຳຫຼວດຈະລາຈອນ 497 ຄົນ ປະຈໍາຢູ່ຈຸດຕ່າງໆໃນໂອກາດບຸນທາດຫຼວງ ປະຈໍາປີ 2023

ນຳໃຊ້ຕຳຫຼວດຈະລາຈອນ 497 ຄົນ ປະຈໍາຢູ່ຈຸດຕ່າງໆໃນໂອກາດບຸນທາດຫຼວງ ປະຈໍາປີ 2023

Published on

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ນໍາໃຊ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທັງໝົດ 497 ຄົນ ປະຈໍາຢູ່ຈຸດຕ່າງໆ ທັງວົງໃນ ແລະ ວົງນອກ ເພື່ອອໍານວຍຄວາມສະດວກໃນການສັນຈອນໄປ-ມາຂອງພາຫະນະໃນໂອກາດບຸນທາດຫຼວງ ປະຈໍາປີ 2023 ຊຶ່ງຈະມີພິທີເປີດງານພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການໃນວັນທີ 23 ພະຈິກ ປີ 2023.

​ພັນໂທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 20 ພະຈິກນີ້ ວ່າ: ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ສົມທົບກັບກົມຕໍາຫຼວດຈະລາຈອນ ແລະ ຕໍາຫຼວດຈະລາຈອນ 9 ຕົວເມືອງ ປຶກສາຫາລືຮ່ວມກັນເພື່ອວາງແຜນ ແລະ ກໍານົດທິດທາງການສັນຈອນ ພ້ອມທັງຈັດກໍາລັງທັງໝົດ 497 ຄົນ ປະຈໍາຢູ່ບັນດາສາຍທາງ ແລະ ປ້ອມຍາມ ຊຶ່ງມີທັງໝົດ 124 ຈຸດ, ໃນນີ້ ເປັນຈຸດວົງໃນຢູ່ຕາມທາງຮ່ອມອ້ອມຮອບເດີ່ນພະທາດຫຼວງ 69 ຈຸດ, ຈຸດວົງນອກ 40, ຈຸດປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ 10 ຈຸດ, ປ້ອມປະຕູເຂົ້າ-ອອກເມືອງ ລະຫວ່າງແຂວງຕໍ່ແຂວງ 4 ປ້ອມ. ນອກຈາກນີ້ ໄດ້ຕັ້ງບູດໂຄສະນາເຜີຍແຜ່ກົດລະບຽບຈະລາຈອນພາຍໃນງານບຸນ 1 ບູດ.

​ນອກນີ້ ຍັງມີການຄອຍເຫດຕະຫຼອດ 24 ຊົ່ວໂມງ ພ້ອມທັງກະກຽມທີມລົດລາກແກ່ໄວ້ໃນກໍລະນີມີອຸບັດຕິເຫດ ລົດຕໍາກັນເກີດຂຶ້ນເພື່ອແກ້ໄຂຢ່າງທັນການ.

​ຫົວໜ້າພະແນກຕໍາຫລວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສໍາລັບການກວດກາທາດເຫຼົ້າ ແມ່ນຈະສຸ່ມກວດສະເພາະກໍລະນີສົງໃສເພາະຖ້າກວດໝົດທຸກຄັນຈະເຮັດໃຫ້ການສັນຈອນແອອັດ ແລະ ຊັກຊ້າ. ສ່ວນການປະຈໍາການ, ສະເພາະຢູ່ຈຸດສູນການຄ້າລາວ-ໄອເຕັກ ເຈົ້າໜ້າທີ່ໄປປະຈໍາໄດ້ 2 ມື້ແລ້ວ, ສ່ວນຢູ່ຈຸດທາດຫຼວງ ຈະເລີ່ມປະຈໍາການໃນວັນທີ 23 ພະຈິກນີ້. ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ ຫຼື ໄປຕາມເສັ້ນທາງການສັນຈອນທີ່ເຈົ້າໜ້າທີ່ກໍານົດໄວ້ ເພື່ອຮັບປະກັນຄວາມປອດໄພ ກໍຄື ຮັບປະກັນບໍ່ໃຫ້ມີສະພາບອຸບັດຕິເຫດເກີດຂຶ້ນ.
ທີ່ມາ: FM90

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...