spot_img
Homeຂ່າວພາຍ​ໃນນາດາວຊະນະດິມິຕອບໃນການແຂ່ງຂັນມາດຣິດໂອເພນ

ນາດາວຊະນະດິມິຕອບໃນການແຂ່ງຂັນມາດຣິດໂອເພນ

Published on

ad

ລາຟາເອວ ນາດາວ ມື 4 ຂອງໂລກເຈົ້າຖີ່ນແລະແຊ້ມເກົ່າສູງສຸດ 4 ສະໄໝ ຜ່ານເຂົ້າຮອບຊິງຊະນະເລີດເທນນິດສ໌ ເອທີພີ ເວີນທົວມາດສ໌ເຕີ 1000 ມາດຣິດ ໂອເພນ ທີ່ປະເທດ ສະເປນ ຫຼັງຈາກທີ່ຊະນະ ກຣິກໍ ດິມິຕອບ ມື 11 ຂອງໂລກຈາກບັນແກເລຍ 6-3, 6-4 ໃນການແຂ່ງຂັນຊາຍດ່ຽວຮອບ 8 ຄົນສຸດ້ທາຍເມື່ອວັນທີ 8 ພຶດສະພາ 2015 ທີ່ຜ່ານມາ
ໂດຍຮອບຕັດເຊືອກ ນາດາວ ຈະພົບກັບ ເບີດິດ ມື 7 ຂອງໂລກ ແລະ ຮອງແຊ້ມ 3 ປີກ່ອນຈາກສາທາລະນະລັດເຊັກທີ່ຊະນະ ຈອນ ອີດສ໌ເນີ ມື 18 ຂອງໂລກຈາກອາເມລິກາ 3-6, 7-6, 7-6 ໃນການແຂ່ງຂັນມື້ດຽວກັນ

ຢ່າງໃດກໍ່ຕາມເຖິງວ່າ ນາວດາວ ຈະມີສະຖິຕິຊະນະ ເບີດິດ ເຖິງ 19 ຈາກ 23 ຄັ້ງ ແຕ່ລ່າສຸດທີ່ພົບກັນໃນ ແກຣນສະແລັມ ອົດສະຕາລີ ໂອເພນ ກາຍເປັນ ນາດາວ ເສຍໃນຮອບກ່ອນຮອງຊະນະເລີດ 2-6, 0-6, 6-7

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...